- ການແນະນຳການມູນລະນິທິ
- 외국인노동자와 함께 하는 WORK IN KOREA
ການທັກທາຍ
ຍິນດິຕ້ອນຮັບທ່ານຈາກມູນນິທິສົ່ງເສີມນະໂຍບາຍແຮງງານ
ພວກເຮົາຂໍຕ້ອນຮັບທ່ານດ້ວຍຄວາມຈິງໃຈສູ່ມູນນິທິສົ່ງເສີມນະໂຍບາຍແຮງງານ.
ປະເທດຂອງພວກເຮົາກໍາລັງປະເຊີນກັບການຫັນປ່ຽນໂຄງສ້າງຢ່າງເລິກເຊິ່ງໃນທຸກດ້ານ ທັງເສດຖະກິດ, ສັງຄົມ, ປະຊາກອນ ແລະ ອຸດສາຫະກໍາ. ທ່າມກາງການປ່ຽນແປງເຫຼົ່ານີ້, ຄວາມໄວ້ວາງໃຈ ແລະ ການຮ່ວມມືລະຫວ່າງແຮງງານ ແລະ ການຈັດການແມ່ນອົງປະກອບທີ່ຈໍາເປັນສໍາລັບຊີວິດການເປັນຢູ່ທີ່ຫມັ້ນຄົງຂອງຜູ້ອອກແຮງງານ, ຄວາມສາມາດໃນການເຕີບໂຕຢ່າງຢັ້ງຢຶນຂອງອົງກອນ ແລະ ການພັດທະນາທີ່ສົມດູນຂອງສັງຄົມ ແລະ ປະເທດຊາດ.
ມູນນິທິຂອງພວກເຮົາ, ພາຍໃຕ້ພາລະກິດ "ແຮງງານມີຄວາມສຸກ, ບ່ອນເຮັດວຽກມີຄວາມພາກພູມໃຈ", ດໍາເນີນໂຄງການຕ່າງໆທີ່ກ່ຽວຂ້ອງກັບການສ້າງສາຍພົວພັນແຮງງານທີ່ເຂັ້ມແຂງ, ການປັບປຸງຄຸນນະພາບຊີວິດການເປັນຢູ່, ຄວາມຫມັ້ນຄົງໃນການຈ້າງງານຂອງຜູ້ສູງອາຍຸ, ການສະຫນັບສະຫນູນກຸ່ມຜູ້ດ້ອຍໂອກາດໃນຕະຫຼາດແຮງງານ, ການໃຫ້ການສຶກສາສໍາລັບແຮງງານຕ່າງປະເທດ, ແລະ ການສົ່ງເສີມການຮ່ວມມືລະຫວ່າງປະເທດດ້ານແຮງງານ, ໂດຍພາຍໃຕ້ການກຳກັບດູແລຂອງກະຊວງແຮງງານ. ໂດຍສະເພາະ, ພວກເຮົາໄດ້ສຸມໃສ່ການແກ້ໄຂບັນຫາຕ່າງໆທີ່ຫຼາກຫຼາຍໃນສະຖານທີ່ເຮັດວຽກຕົວຈິງ ແລະ ໃຫ້ການແກ້ໄຂທີ່ເຫມາະສົມ, ພ້ອມດ້ວຍຜູ້ຊ່ຽວຊານໃນການໃຫ້ຄໍາປຶກສາ ແລະ ການຝຶກອົບຮົມ.
ໃນອະນາຄົດ, ພວກເຮົາຈະມຸ່ງເນັ້ນໄປທີ່ພາກສະຫນາມໃຫ້ຫຼາຍຂຶ້ນ,ປັບປຸງການດຳເນີນນະໂຍບາຍໃນພື່ນທີ່ ແລະ ສື່ສານຢ່າງໃກ້ຊິດກັບບັນດາຜູ້ອອກແຮງງານ ແລະ ປະຊາຊົນທຸກພາກສ່ວນ. ພະນັກງານທຸກຄົນຂອງມູນນິທິຂອງພວກເຮົາຈະເປັນຜູ້ຊ່ຽວຊານດ້ານແຮງງານທີ່ສາມາດສ້າງຄວາມປ່ຽນແປງໃນພື້ນທີ່ປະຕິບັດງານາຢ່າງແທ້ຈິງ, ແລະ ຈະເຂົ້າຫາທ່ານດ້ວຍຄວາມຈິງໃຈ ແລະ ຄວາມເອົາໃຈໃສ່. ຂໍຄວາມສົນໃຈ ແລະ ການສະຫນັບສະຫນູນຢ່າງຕໍ່ເນື່ອງຈາກທຸກທ່ານ.
ຂໍຂອບໃຈ.