SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ການແນະນຳການລະບົບ

ການແນະນຳການລະບົບ

ຄວາມໝາຍຂອງລະບົບການອະນຸຍາດຈ້າງງານ

  • ລະບົບການອະນຸຍາດຈ້າງງານເປັນລະບົບທີ່ອະນຸຍາດໃຫ້ສະຖານປະກອບການຂະໜາດນ້ອຍ ແລະ ກາງທີ່ບໍ່ສາມາດວ່າຈ້າງແຮງງານພາຍໃນປະເທດສາມາດຈ້າງແຮງງານຕ່າງປະເທດໄດ້ຢ່າງຖືກກົດໝາຍ
  • ກົດໝາຍທີ່ອ້າງອີງ : ນີຕິກຳວ່າດ້ວຍການຈ້າງແຮງງານຕ່າງປະເທດ(ເຊັ່ນກົດໝາຍວ່າດ້ວຍການຈ້າງແຮງງານຕ່າງປະເທດ)

ຈຸດປະສົງຂອງລະບົບການອະນຸຍາດຈ້າງງານ

ເພື່ອນຳເຂົ້າ ແລະ ບໍລິຫານ-ຄຸ້ມຄອງແຮງງານຕ່າງປະເທດໄດ້ຢ່າງເປັນລະບົບ, ເຊີ່ງເຮັດໃຫ້ຄວາມຕ້ອງການແຮງງານ ແລະ ການວາງແຜນພັດທະນາເສດຖະກິດໃນປະເທດໃຫ້ມີຄວາມສອດຄ່ອງ

ລັກສະນະພົ້ນເດັ່ນຂອງລະບົບການອະນຸຍາດຈ້າງງານ

ສາມາດໃຊ້ແຮງງານຕ່າງປະເທດໃນຂະນະທີ່ສາມາດຄຸ້ມຄອງໂອກາດການເຮັດວຽກຂອງຄົນເກົາຫຼີໄດ້

  • ນາຍຈ້າງຕ້ອງພະຍາຍາມປະກາດຫາແຮງງານພາຍໃນປະເທດ(ພາກກະສິກຳ, ປະສົມພັນສັດ ແລະ ການປະມົງ 7 ວັນ, ພາກອື່ນໆ 14 ວັນ)
  • ຖືເອົາແນວໂນ້ມຄວາມຕ້ອງການແຮງງານເປັນປັດໃຈສຳຄັນໃນພິຈາລະນາ,ປະກອບກັບເພດການຮັບແຮງງານ ຕ່າງປະເທດຕາມມາດຕະຖານທີ່ເໝາະສົມ ແລະ ຈາກປະເພດວຽກທີ່ໄດ້ຮັບອະນຸຍາດໃຫ້ຈ້າງແຮງງານຕ່າງປະເທດໄດ້

ມີຄວາມໂປ່ງໃສທັງຂັ້ນຕອນໃນການຄັດເລືອກ ແລະ ນຳເຂົ້າແຮງງານຕ່າງປະເທດ

ໜ່ວຍງານຂອງລັດຮັບຜິດຊອບໃນການຄັດເລືອກ ແລະ ນຳເຂົ້າແຮງງານຕ່າງປະເທດ ເພື່ອປ້ອງກັນການນຳເຂົ້າແຮງງານຢ່າງຜິດກົດໝາຍ (ເຊັນສັນຍາ MOU ລະຫວ່າງລັດຖະບານ)

ນຳເຂົ້າແຮງງານຕ່າງປະເທດເໝາະສົມກັບຄວາມຕ້ອງການຂອງຜູ້ປະກອບການ ( ຄວາມສາມາດດ້ານພາສາເກົາຫຼີ, ມາດຕະຖານສີມືແຮງງານເປັນຕົ້ນ)

ຄຸ້ມຄອງສິດທິມະນຸດຂັ້ນພື້ນຖານຂອງແຮງງານຕ່າງປະເທດ

  • ຫ້າມເລືອກປະຕິບັດທີ່ບໍ່ເປັນທຳໂດຍບໍ່ມີເຫດຜົນອັນຄວນ
  • ນຳໃຊ້ດຳລັດວ່າດ້ວຍມາດຕະຖານສີມືແຮງງານ ແລະ ກົດໝາຍແຮງງານທີ່ກ່ຽວຂ້ອງມາໃຊ້ຢ່າງເທົ່າກຽມກັບແຮງງານເກົາຫຼີພາຍໃນປະເທດ

ໃຊ້ກົດລະບຽບປ້ອງກັນການຕັ້ງຖີ່ນຖານສຳລັບແຮງງານຕ່າງປະເທດປະເພດເຄີ່ງຊຳນານງານ

  • ກຳນົດໄລຍະເວລາການອະນຸຍາດເຮັດວຽກພາຍໃນ 3 ຫຼື 5 ປີ (ຊ່ວງເວລາທີ່ອະນຸຍາດໃຫ້ຈ້າງງານຊໍ້າ)
  • ພາຍຫຼັງສີ້ນສຸດສັນຍາແລ້ວຕ້ອງກັບຄືນປະເທດຕົນເອງ