SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ສະຖານະພາບຂອງແຮງງານຕ່າງປະເທດ

ນິຍາມແຮງງານຕ່າງປະເທດ

ແຮງງານຕ່າງປະເທດແມ່ນຜູ້ທີ່ບໍ່ມີສັນຊາດເກົາຫຼີ ແລະ ກຳລັງເຮັດວຽກ ຫຼື ຕ້ອງການທີ່ຈະເຮັດວຽກໃນດ້ານທຸລະກິດ ຫຼື ສະຖານປະກອບການໃນປະເທດເກົາຫຼີເພື່ອຈະໄດ້ຮັບຄ່າຈ້າງ

ກຸ່ມເປົ້າໝາຍທີ່ນຳໃຊ້ດຳລັດວ່າດ້ວຍການຈ້າງງານແຮງງານຕ່າງປະເທດຄືແຮງງານຕ່າງປະເທດທີ່ໄດ້ຮັບວີຊ່າແຮງງານບໍ່ມີສີມື (E-9) ຫຼື ວີຊ່າທັດສະນະສຶກສາກ່ອນເຮັດວຽກ(H-2)

ສະຖານະພາບແຮງງານຕ່າງປະເທດຕາມກົດໝາຍ

ການນຳໃຊ້ກົດໝາຍມາດຕະຖານສີມືແຮງງານ

  • ນຳໃຊ້ດຳລັດມາດຕະຖານສີມືແຮງງານ ແລະ ກົດໝາຍແຮງງານທີ່ກ່ຽວຂ້ອງຢ່າງເທົ່າທຽມກັບແຮງງານພາຍໃນປະເທດ ເຖີງແມ່ນສະຖານະການພັກເຊົາຈະຖືກ ຫຼື ຜິດກົດໝາຍກໍ່ຕາມ
(ຕົວຢ່າງ)ແຮງງານຜູ້ບໍ່ມີວີຊ່າກໍ່ສາມາດໄດ້ຮັບການຊ່ວຍເຫຼືອໃນເລື່ອງການຄ້າງຄ່າຈ້າງ ແລະ ການໄດ້ຮັບການຊົດເຊີຍໃນເລື່ອງອຸປະຕິເຫດແຮງງານຈາກການເຮັດວຽກເປັນຕົ້ນ
  • ແຕ່ໃນຂະແໜງກະສິກຳ-ການປະມົງ ຫຼື ສະຖານປະກອບການທີ່່ມີພະນັກງານປະຈໍາບໍ່ເກີນ 4 ຄົນໃຫ້ບັງຄັບໃຊ້ສະເພາະສ່ວນປະການນີ້ເທົ່ານັ້ນ ( ຄືກັນທັງແຮງງານຕ່າງປະເທດ ແລະ ແຮງງານໃນປະເທດ)

ຫ້າມເລືອກປະຕິບັດກັບແຮງງານຕ່າງປະເທດ

  • ນາຍຈ້າງບໍ່ສາມາດເລືອກປະຕິບັດຢ່າງບໍ່ເປັນທຳໄດ້ໂດຍອ້າງເຫດຜົນແຫ່ງການເປັນແຮງງານຕ່າງປະເທດ
ຫ້າມເລືອກປະຕິບັດບໍ່ວ່າສະຖານະພາບຂອງແຮງງານຕ່າງປະເທດຈະຖືກຫຼືຜິດກົດໝາຍກໍ່ຕາມ
  • ແຕ່ສາມາດເລືອກປະຕິບັດໄດ້ໂດຍຊອບທຳດ້ວຍເຫດຜົນຕາມຄວາມສາມາດ ແລະ ປະສິດທິພາບໃນຜົນຜະລິດ

ໄລຍະເວລາການເຮັດວຽກ ( ດຳລັດວ່າດ້ວຍການຈ້າງແຮງງານຕ່າງປະເທດມາດຕາ ທີ18 ແລະ ມາດຕາ ທີ 18 ຂໍ້ທີ2)

  • ແຮງງານຕ່າງປະເທດສາມາດເຮັດວຽກໄດ້ພາຍໃນໄລຍະເວລາ 3 ປີ ນັບແຕ່ວັນທີເຂົ້າມາໃນປະເທດ (ດຳລັດວ່າດ້ວຍການຈ້າງແຮງງານຕ່າງປະເທດມາດຕາທີ 18)
  • ແຕ່ແຮງງານຕ່າງປະເທດທີ່ມີໄລຍະເວລາການເຮັດວຽກຄົບ3ປີແລ້ວສາມາດຍື່ນຂໍຕໍ່ໄລຍະເວລາເຮັດວຽກອີກ( 1ປີ 10 ເດືອນໄດ້ ໂດຍຈຳກັດໃຫ້ຕໍ່ໄດ້ນ້ອຍກ່ວາ 2ປີ ຕໍ່ 1 ຄັ້ງ(ດຳລັດວ່າດ້ວຍການຈ້າງແຮງງານຕ່າງປະເທດມາດຕາທີ 18 ຂໍ້ 2 )
  • ຫຼັງຈາກລູກຈ້າງເຮັດວຽກໄດ້ຄົບໄລຍະເວລາ3 ປີ ກ່ອນທີ່ຈະອອກນອກປະເທດນາຍຈ້າງຕ້ອງໄດ້ຮັບອະນຸຍາດການຈ້າງງານອິກເທື່ອໜື່ງແລ້ວຈາກລັດຖະມົນຕີກະຊວງຈ້າງງານ ແລະ ແຮງງານ

ລະບົບການຈ້າງງານຊໍ້າ

  • ຫຼັງຈາກທີ່ຕໍ່ສັນຍາແລ້ວ( 3 ປີ+1ປີ10 ເດືອນ) ແຮງງານທີ່ປະຕິບັດຕາມເງື່ອນໄຂທີ່ເໝາະສົມມາຕະຫຼອດນັ້ນສາມາດເດີນທາງເຂົ້າມາເຮັດວຽກໄດ້ອີກເທື່ອໜື່ງໂດຍໃຊ້ລະບົບການກັບຄືນປະເທດສຳລັບແຮງງານຜູ້ທີ່ມີຄວາມດຸໝັ່ນພາກພຽນ

ການໃຊ້ປະກັນສັງຄົມ 4 ຂໍ້ຫຼັກ

  • ປະກັນຄ່າຊົດເຊີຍອຸປະຕິເຫດທາງອຸດສະຫະກຳ(ບັງຄັບ), ປະກັນສຸຂະພາບແຫ່ງຊາດ ( ບັງຄັບ), ເງີນບໍານານແຫ່ງຊາດ (ຂໍ້ຕົກລົງລະຫວ່າງປະເທດ), ການປະກັນການຈ້າງງານ (ບໍ່ບັງຄັບ)
  • ແຮງງານຕ່າງປະເທດສາມາດຂໍຮັບການຍົກເວັ້ນການປະກັນໄພໄລຍະຍາວສຳລັບຜູ້ສູງອາຍຸໄດ້

ການດຳເນີນການເຮັດປະກັນແບບສະເພາະສຳລັບແຮງງານຕ່າງປະເທດ

  • ເພື່ອຄຸ້ມຄອງສິດຜົນປະໂຫຍດຂອງແຮງງານຕ່າງປະເທດຈື່ງດຳເນີນການເຮັດປະກັນຄົບກຳນົດອອກນອກປະເທດ, ປະກັນຄ່າໃຊ້ຈ່າຍໃນການເດີນທາງກັບປະເທດ, ປະກັນຮັບຮອງການຄ້າງຈ່າຍຄ່າຈ້າງ, ປະກັນອຸປະຕິເຫດ(ບັງຄັບ)