SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ຂັ້ນຕອນການເຂົ້າເຮັດວຽກຂອງແຮງງານຕ່າງປະເທດ

ຂັ້ນຕອນການເຂົ້າເຮັດວຽກສໍາລັບແຮງງານຕ່າງປະເທດ

  1. 1.ການຈັດຕັ້ງປະຕິບັດການທົດສອບຄວາມສາມາດ ດ້ານພາສາເກົາຫລີ
    • ເພື່ອຍົກລະດັບຄວາມຍຸຕິທໍາແລະຄວາມສະເໝີພາບ ຂອງຂະບວນການຈັດສົ່ງແຮງງານຕ່າງປະເທດ ແລະຊຸກຍູ້ການປັບຕົວໃນເກົາຫລີທີ່ໄວຂຶ້ນຂອງ ຄົນຕ່າງປະເທດ ເລີ່ມແຕ່ເດືອນ ສິງຫາ 2005 ລັດວິສາຫະກິດອຸດສາຫະກໍາຊັບພະຍາກອນມະ ນຸດເກົາຫລີ ດໍາເນີນການຈັດຕັ້ງປະຕິບັດລະບົບ ການຈ້າງອະນຸຍາດການຈ້າງງານ ການສອບວັດ ລະດັບຄວາມສາມາດທາງດ້ານພາສາເກົາຫລີ (Employment Permit System-Test of Proficiency in Korean, EPS-TOPIK)
    • ຄຸນສົມບັດທີ່ສາມາດເຂົ້າສອບເສັງ

      • ຕໍ່າສຸດເກີນ 18 ປີ ສູງສຸດບໍ່ເກີນ 39
      • ບໍ່ມີປະຫວັດກະທໍາຜິດທີ່ຖືກຕັດສິນລົງໂທດເກີນ ໂທດຕັດອິດສະຫະພາບແບບບໍ່ມີການອອກແຮງ ງານ
      • ໃນອະດີດບໍ່ມີປະຫວັດໃນການເດີນທາງອອກ-ຍ້າຍ ອອກຈາກສ. ເກົາຫລີດ້ວຍການໃຊ້ຄວາມຮຸນແຮງ
      • ການອອກປະເທດໂດຍບໍ່ມີຂໍ້ຈໍາກັດ(ສາເຫດທີ່ຂາດ ຄຸນສົມບັດທີ່ເໝາະສົມ)
    • ມາດຖານໃນການປະເມີນ

      • ຄວາມສາມາດໃນການສື່ສານຂັ້ນພື້ນຖານທີ່ຈໍາເປັນ ຕໍ່ການດໍາລົງຊີວິດໃນເກົາຫລ
      • ຄວາມຮູ້ພື້ນຖານກ່ຽວຂ້ອກັບອຸດສາຫະກໍາທີ່ປອດໄພ ແລະຄວາມເຂົ້າໃຈກ່ຽວກັບວັດທະນະທໍາເກົາຫລີ ແລະອື່ນໆ
    • ມາດຖານການສອບຜ່ານ

      • ມາດຖານຄະແນນເຕັມແມ່ນ 200 ຄະແນນ ໃນຈໍານວນຜູ້ທີ່ໄດ້ຄະແນນລວມເກີນ 80 ຄະແນນ ແມ່ນຈະເລືອກເອົາຜູ້ທີ່ມີຄະແນນສູງຕາມລໍາດັບ.
      • ໄລຍະເວລາມີຜົນນໍາໃຊ້ຂອງການສອບຜ່ານ ແມ່ນ 2 ປີນັບແຕ່ວັນທີ່ໄດ້ປະກາດຜູ້ທີ່ສອບຜ່ານ
  2. 2.ການສ້າງບັນຊີລາຍຊື່ຂອງຄົນ ຕ່າງປະເທດທີ່ ຊອກຫາງານ ແລະ ການນໍາສົ່ງ
    • ຫຼັງຈາກຮັບໃບສະໝັກຂໍຊອກຫາວຽກຂອງເປົ້າ ໝາຍ ຊຶ່ງແມ່ນຜູ້ທີ່ຜ່ານຈາກການກວດສຸຂະພາບ ໃນບັນດາຜູ້ທີ່ເສັງຜ່ານການສອບວັດລະດັບຄວາມ ສາມາດທາງດ້ານພາສາເກົາຫລີ, ຈະດໍາເນີນການ ສ້າງບັນຊີລາຍຊື່ຂອງຜູ້ຊອກຫາງານ ແລ້ວນໍາສົ່ງ ໃຫ້ແກ່ລັດວິສາຫະກິດອຸດສາຫະກໍາຊັບພະຍາ ກອນມະນຸດ. ລັດວິສາຫະກິດດັ່ງກ່າວ ຈະປັບ ບັນຊີດັ່ງກ່າວເປັນພາສາເກົາຫລີ ແລະຫຼັງຈາກ ການຢັ້ງຢືນຄືນວ່າພໍໃຈເງື່ອນໄຂພື້ນຖານຫຼືບໍ່ ກໍ່ຈະມີການຮັບຮູ້ ແລະ ຄຸ້ມຄອງບັນຊີດັ່ງກ່າວ.
  3. 3.ການເຊັນສັນຍາແຮງງານມາດຕະຖານ
    • ຖ້ານາຍຈ້າງທີ່ໄດ້ເລືອກເຟັ້ນແຮງງານຕ່າງປະເທດ ທີ່ໄດ້ແນະນໍາລ່ວງໜ້າຢູ່ສູນການຈ້າງງານ ເລືອກເອົາໜ່ວຍງານຕົວແທນການເຊັນສັນຍາ ແຮງງານແລ້ວ ໜ່ວຍງານຕົວແທນທີ່ກ່ຽວຂ້ອງ ຈະສົ່ງຜ່ານສັນຍາແຮງງານມາດຕະຖານໄປຍັງ ໜ່ວຍງານຈັດສົ່ງແຮງງານ. ຫຼັງຈາກການຢັ້ງຢືນ ຈາກຜູ້ຊອກຫາງານທີ່ກ່ຽວຂ້ອງວ່າຍອມຮັບສັນຍາ ແຮງງານມາດຕະຖານຫຼືບໍ່ ໜ່ວຍງານຈັດສົ່ງແຮງ ງານ ຈະສົ່ງສັນຍາດັ່ງກ່າວກັບຄືນໂດຍຜ່ານການ ດໍາເນີນການທາງລະບົບເອເລັກໂຕນິກ.
  4. 4.ການຝຶກອົບຮົມແຮງງານລ່ວງໜ້າ
    • ໄດ້ມີການຈັດຕັ້ງປະຕິບັດການຝຶກອົບຮົມລ່ວງໜ້າ ກ່ຽວກັບແຮງງານທີ່ໄດ້ເຊັນສັນຍາແຮງງານກັບນາຍ ຈ້າງ ໃນເກົາຫລີ ເພື່ອ ການພັດທະນາຄວາມສາ ມາດໃນການເຮັກວຽກແລະ ຊຸກຍູ້ການປັບຕົວ ທີ່ໄວຂຶ້ນໃນເກົາຫລີຂອງແຮງງານຕ່າງປະເທດ ແລະເວລາຂອງການຝຶກແມ່ນສາມາດແຕກຕ່າງກັນ ອີງຕາມການສອບວັດລະດັບຄວາມສາມາດດ້ານ ພາສາເກົາຫລີ ແລະ ການປັບຕົວໃນການຝຶກງານ, ແລະ ຈະໄດ້ຮັບການຝຶກອົບຮົມ ແຕ່ 1-2.5 ອາທິດ.
  5. 5.ການເດີນທາງເຂົ້າເກົາຫລີ ແລະ ການຈັດຕັ້ງປະຕິບັດການຝຶກອົບຮົມແຮງງານ
    • ແຮງງານຕ່າງປະເທດຜູ້ທີ່ໄດ້ຮັບວີຊາເຮັດວຽກແບບ ບໍ່ແມ່ນຊ່ຽວຊານ(E-9)ຈາກໜ່ວຍງາການທູດຂອງ ສາທາລະນະລັດເກົາຫລີປະຈໍາປະເທດທີ່ຈັດສົ່ງ ແຮງງານ ແລະ ສໍາເລັດການກະກຽມການ ເດີນທາງເຂົ້າເກົາຫລີ ແມ່ນເດີນທາງເຂົ້າເກົາຫລີ ໂດຍການນໍາພາຂອງຜູ້ທີ່ມີສາຍພົວພັນກ່ຽວຂ້ອງກັບ ໜ່ວຍງານຈັດສົ່ງແຮງງານ, ແລະແຮງງງານຕ່າງ ປະເທດທີ່ສໍາເລັດການກວດ ສອບການເດີນທາງ ເຂົ້າເກົາຫລີ ພາຍຫຼັງຜ່ານໜ່ວຍງານຕົວແທນ ເຂົ້າອອກປະເທດແລ້ວ ຈະຖືກມອບໂອນໃຫ້ແກ່ ຜູ້ທີ່ມີສ່ວນກ່ຽວຂ້ອງກັບໜ່ວຍ ງານຝຶກອົບຮົມແຮງ ງານຕ່າງປະເທດ ຊຶ່ງແຮງງານຕ່າງປະເທດຈະໄດ້ ຮັບການຝືກອົບຮົມແຮງງານ ຫຼາຍກວ່າ 16 ຊົ່ວ ໂມງ(2ຄືນ 3 ມື້).
  6. 6.ການຈັດວາງແຮງງານຕ່າງປະເທດເຂົ້າໃນບ່ອນ ເຮັດວຽກ
    • ຜູ້ນໍາໃຊ້ແຮງງານ ຢ້ຽມຢາມໜ່ວຍງານຝຶກອົບຮົມ ແຮງງານ(ຫຼືບ່ອນນໍາສົ່ງແຮງງານທີ່ກໍານົດໃຫ້ສະ ເພາະ)ແລ້ວ ຈັດວາງແຮງງານຕ່າງປະເທດທີ່ ຮັບມາ ເຂົ້າໃສ່ບ່ອນເຮັດວຽກ ແລະເລີ່ມຕົ້ນການ ເຮັດວຽກ