SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ປະກັບໄພສັງຄົມ

ການປະກັນສຸຂະພາບ [ກົດໝາຍປະກັນສຸຂະພາບແຫ່ງຊາດ]

ການປະກັນທີ່ທັງເຈົ້າຂອງສະຖານປະກອບການ ແລະ ແຮງງານຕ້ອງເຂົ້າຮ່ວມຕາມໜ້າທີດັ່ງນັ້ນແຮງງານ ຕ່າງປະເທດຈື່ງຕ້ອງເຂົ້າຮ່ວມດ້ວຍເຊັ່ນກັນ

  • ເບ້ຍປະກັນ: ເງິນເດືອນ x 7.09%
  • ຜູ້ຊໍາລະເບ້ຍປະກັນ: ແຮງງານ 3.545%, ເຈົ້າຂອງສະຖານປະກອບການ 3.545%

ການປະກັນອຸປະຕິເຫດໃນການເຮັດວຽກ [ກົດໝາຍປະກັນອຸປະຕິເຫດຈາກການເຮັດວຽກ]

ການປະກັນທີ່ທຸກໆທຸລະກິດ ແລະ ສະຖານປະກອບທີ່ມີການໃຊ້ແຮງງານຕ້ອງເຂົ້າຮ່ວມຕາມໜ້າທີ່ ດັ່ງນັ້ນ ທຸລະກິດ ຫຼືສະຖານປະກອບການທີ່ມີການໃຊ້ແຮງງານຕ່າງປະເທດຈື່ງຕ້ອງເຂົ້າຮ່ວມດ້ວຍເຊັ່ນກັນ ດັງນັ້ນ

  • ເບ້ຍປະກັນ : ອັດຕາເບ້ຍປະກັນແຕກຕ່າງກັນຕາມປະເພດຂອງງານ (0.7~34.0%ຂອງຄ່າຈ້າງທັງໝົດ)
  • ຜູ້ຊໍາລະເບ້ຍປະກັນ : ເຈົ້າຂອງສະຖານປະກອບການ 100%

ການປະກັນການຈ້າງງານ [ກົດໝາຍປະກັນການຈ້າງງານ]

ທຸກໆທຸລະກິດແລະສະຖານປະກອບການທີ່ຈ້າງແຮງງານຕ້ອງເຂົ້າຮ່ວມໃນການປະກັນໄພ

  • ການນ າໃຊ້ປະກັນການຈ້າງງານຕັ້ງແຕ່ປີ 2021 ຕາມຈ ານວນພະນັກງານ
    • ພະນັກງານປະຈ າ 30ຄົນຂື້ນໄປ : ຕັ້ງແຕ່ ວັນທີ1 ມັງກອນ ປີ 2021
    • 10ຄົນຂື້ນໄປ 30ຄົນລົງມາ : ຕັ້ງແຕ່ ວັນທີ1 ມັງກອນ ປີ 2022
    • ນ້ອຍກວ່າ 10ຄົນ : ຕັ້ງແຕ່ ວັນທີ1 ມັງກອນ ປີ 2023
  • ຜູ້ຊໍາລະເບ້ຍປະກັນ : ແຮງງານ 0.8%, ເຈົ້າຂອງສະຖານປະກອບການ1.05~1.85%(ຄ່າຕົກງານ 0.8% + ຄວາມຫມັ້ນຄົງການວຽກງານ, ທຸລະກິດທີພັດທະນາຄວາມສາມາດອາຊີບ 0.25~0.85%)

ກອງທືນບໍານານແຫ່ງຊາດ [ກົດໝາຍກອງທືນບໍານານແຫ່ງຊາດ]

ຄົນຕ່າງປະເທດທີ່ຖຶກຈ້າງງານໃນສະຖານປະກອບການທີ່ມີການໃຊ້ກອງທືນບໍານານແຫ່ງຊາດ( ສະໝັກທາງສະຖານປະກອບການ) ແລະ ຄົນຕ່າງປະເທດທີ່ອາໃສຢູ່ພາຍໃນປະເທດ( ສະໝັກທາງເຂດ) ຕ້ອງເຂົ້າຮ່ວມຕາມພັນທະ

  • ແຕ່ໃນກໍລະນີໂຄງການເງິນບໍານານຂອງປະເທດຕົນບໍ່ກົງກັບກັບທືນບໍານານແຫ່ງຊາດຂອງປະເທດເກົາຫຼີຕາມການຕົກລົງ ຮ່ວມກັນລະຫວ່າງປະເທດຈະໄດ້ຮັບການຍົກເວັ້ນການເຂົ້າຮ່ວມ
  • ເບ້ຍປະກັນ: ເງິນເດືອນ x9.0%
  • ຜູ້ຊໍາລະເບ້ຍປະກັນ: ແຮງງານ 4.5%, ເຈົ້າຂອງສະຖານປະກອບການ 4.5%
  • ເງື່ອນໄຂປະຈຸບັນຂອງກອງທືນບໍານານແຫ່ງຊາດແບ່ງຕາມແຕ່ລະປະເທດ(ປະຈຸບັນເດືອນທັນວາ ປີ 2022)

ປະເທດທີ່ສະໝັກທາງສະຖານປະກອບການ ຫຼື ທາງເຂດ (ລວມມີ 3 ປະເທດ)) ປະເທດທີ່ສະໝັກທາງສະຖານປະກອບການແຕ່ຍົກເວັນການສະໝັກທາງເຂດ(ລວມມີ 7 ເທດ) ປະເທດທີ່ຍົກເວັ້ນການສະໝັກທັງທາງສະຖາປະກອບການ ແລະ ທາງເຂດ (ລວມມີ 6 ປະເທດ))
ຈີນ, ຟີລີບປີນ, ອຸດສເບກກິດສຖານ* ຄີກິດສະຖານ, ມົງໂກນ, ສີລັງກາ, ອີນໂດເນເຊຍ, ໄທ, ລາວ, ຫວຽດນາມ ມຽນມາ,ເນປານ, ບັງກາເດັດ, ປາກິສຖານ, ກໍາປູເຈຍ, ຕີມໍຕາເວັນອອກ
* ແຕ່ສຳລັບປະເທດອຸສເບກກິດສຖານລູກຈ້າງຖືວີຊ່າ E-9 ຈະຍົກເວັ້ນການຮ່ວມໂຄງການເງິນບໍານານແຫ່ງຊາດ