SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ລະບົບການຈ້າງງານໃໝ່

ເນື້ອຫາໂດຍສັງເຂບກ່ຽວກັບການຈ້າງງານໃໝ່

ໄລຍະເວລາການເຮັດວຽກ 3 ປີ (ຕາມກົດໝາຍ)

  • ລະບົບການອະນຸຍາດຈ້າງງານນັ້ນເປັນໄປຕາມກົດລະບຽບໝູນວຽນໄລຍະສັ້ນຕາມເພື່ອປ້ອງກັນການຍ້າຍຖີ່ນຖານໂດຍກຳນົດໃຫ້ໄລຍະເວລາການເຮັດວຽກຕ້ອງເປັນ 3 ປີ ນັບຕັ້ງແຕ່ວັນທີ່ເຂົ້າມາໃນປະເທດ
* ເພາະຄຳນື່ງເຖິງການເຮັດວຽກໃນໄລຍະສັ້ນ ຈີ່ງຫ້າມນຳສະມາຊິກໃນຄອບຄົວເຂົ້າມາ

ການຂະຫຍາຍເວລາສຳລັບໄລຍະເວລາການເຮັດວຽກທີ່ນ້ອຍກວ່າ 2 ປີ ( ການຍົກເວັ້ນ)

  • ໃນກໍລະນີນາຍຈ້າງມີຄວາມປະສົງທີ່ຈະຈ້າງງານຊໍ້າອະນຸຍາດໃຫ້ຕໍ່ອາຍຸການເຮັດວຽກໄດ້ອິກ1 ເທື່ອ ໂດຍຈຳກັດໄລຍະເວລາການເຮັດວຽກນ້ອຍກ່ວາ 2 ປີ

ຜູ້ທີ່ຍື່ນ ແລະ ໄລຍະເວລາຍື່ນຂໍອະນຸຍາດຈ້າງງານຊໍ້າ

ຜູ້ທີ່ຍື່ນ

  • ນາຍຈ້າງທີ່ຈ້າງແຮງງານຕ່າງປະເທດຢ່າງຖືກກົດໝາຍຈົນຄົບໄລຍະເວລາທີ່ອະນຸຍາດໃຫ້ເຮັດວຽກ 3 ປີ
* ຖ້າໄລຍະເວລາໃນສັນຍາຈ້າງຈົນເຖິງວັນສີ້ນສຸດໄລຍະເວລາການເຮັດວຽກຂອງລູກຈ້າງ ເຫຼືອຫລາຍກ່ວາ 1 ເດືອນ ສາມາດຈ້າງງານຊໍ້າໄດ້ ( ຕົວຢ່າງ: ວັນທີ 30 ເດືອນຕຸລາຈະສີ້ນສຸດໄລຍະເວລາເຮັດວຽກ 3 ປີ ນາຍຈ້າງຈະເຮັດສັນຍາຈ້າງງານຊໍ້າກັບລູກຈ້າງໃນວັນທີ 1 ເດືອນ ຕຸລາບໍ່ໄດ້)

ໄລຍະເວລາການຍື່ນຄຳຮ້ອງ

  • ນາຍຈ້າງທີ່ຈ້າງແຮງງານຕ່າງປະເທດຢູ່ ຕ້ອງຍື່ນຄຳຮ້ອງ ຕັ້ງແຕ່ກ່ອນ 90 ວັນເຖິງ 7 ວັນກ່ອນວັນຄົບກຳນົດ ສີ້ນສຸດໄລຍະເວລາ ເຮັດວຽກ( ຕ້ອງປະຕິບັດໃນໄລຍະເວລາທີ່ກຳນົດ)

ການອະນຸຍາດຈ້າງງານຊໍ້າ ແລະ ການຕໍ່ອາຍຸວິຊ່າ

  • ນາຍຈ້າງຮັບການອະນຸຍາດການຈ້າງງານຊໍ້າທີ່ສູນຈັດຫາງານ ( ເອກະສານຢັ້ງຢືນການຕໍ່ອາຍຸການເຮັດວຽກ) ແລະ ລູກຈ້າງຕ້ອງໄດ້ຮັບການຕໍ່ອາຍຸວິຊ່າ ແລະ ໄລຍະເວລາການພັກເຊົາຈາກສຳນັກງານກວດຄົນເຂົ້າເມືອງ