SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ການປ່ຽນສະຖານປະກອບການ

ເນື້ອຫາໂດຍສັງເຂັບຂອງການປ່ຽນບ່ອນເຮັດວຽກ

ຄວາມໝາຍ ( ຂໍ້ຫ້າມຕາມກົດ, ຍົກເວັ້ນກໍລະນີໄດ້ຮັບ ອະນຸຍາດ)

  • ໃນລະບົບການຂໍອະນຸຍາດການຈ້າງງານນັ້ນ ຈະເປັນໄປຕາມເງື່ອນໄຂພິເສດການຈ້າງງານຂອງສະຖານປະກອບການສຳລັບ ຜູ້ໃຊ້ແຮງງານຕ່າງປະເທດໂດຍຈະຕ້ອງໄດ້ຮັບອະນຸຍາດການເຂົ້າປະເທດເກົາຫຼີ ແລະ ຈຳເປັນຕ້ອງເຮັດສັນຍາຈ້າງງານກ່ອນ ເຂົ້າປະເທດວ່າຈະເຮັດວຽກໃນສະຖານປະກອບການຢ່າງຕໍ່ເນື່ອງຕາມກົດ
  • ແຕ່ຖ້າມີເຫດຜົນທີ່ຈຳເປັນທີ່ເຮັດໃຫ້ບໍ່ສາມາດເຮັດວຽກໃນສະຖານທີ່ປະກອບການໄດ້ຢ່າງຕໍ່ເນື່ອງຈະໄດ້ຮັບການຍົກເວັ້ນໃຫ້ສາມາດຍ້າຍສະຖານປະກອບການ

ເງື່ອນໄຂ ແລະ ເຫດຜົນໃນການຍື່ນ

ເງື່ອນໄຂໃນການຍື່ນ

  • ຈະຕ້ອງເປັນແຮງງານຕ່າງປະເທດທີ່ເຄີຍປ່ຽນສະຖານປະກອບການມາກ່ອນບໍ່ເຖີງ 3 ເທື່ອ ດ້ວຍເຫດຜົນພາຍ ໃຕ້ ກົດໝາຍທີ່ບໍ່ສາມາດເຮັດວຽກໃນສະຖານປະກອບການເດີມໄດ້ອີກຕໍ່ໄປ
    * ສາມາດຍ້າຍສະຖານປະກອບການໄດ້ຫຼາຍສຸດ 3 ຄັ້ງໃນໄລຍະ 3 ປີ ນັບແຕ່ວັນທີ່ເຂົ້າປະເທດ ແລະ ສາມາດຕໍ່ເວລາການເຮັດວຽກໄດ້2 ຄັ້ງ

ເຫດຜົນທີ່ຍື່ນ

  • ນາຍຈ້າງຕ້ອງການຍົກເລີກສັນຍາຈ້າງໃນຂະນະທີ່ຍັງຢູ່ໃນສັນຍາ ຫຼື ປະຕິເສດການຕໍ່ສັນຍາຫລັງສັນຍາສີ້ນສຸດລົງໂດຍມີເຫດ ຜົນອັນສົມຄວນ
  • ກໍລະນີຜູ້ປະກອບການປິດກິດຈະການຊົ່ວຄາວ ຫຼື ເລີກກິດຈະການ, ຖືກຍົກເລີກການອະນຸຍາດຈ້າງງານ, ໄລ່ລູກຈ້າງອອກ ເຊັ່ນ: ນາຍຈ້າງຝ່າຝືນເງື່ອນໄຂສັນຍາຈ້າງ ຫຼື ໃຫ້ຄ່າຕອບແທນທີ່ບໍ່ເປັນທຳ ແລະ ລູກຈ້າງບໍ່ມີຄວາມຮັບຜິດຊອບເຮັດໃຫ້ບໍ່ສາມາດ ເຮັດວຽກຕໍ່ໄປໄດ້ຕາມຄວາມຄິດທົ່ວໄປ ຊື່ງໄດ້ແຈ້ງຕໍ່ກະຊວງແຮງງານແລ້ວ
    * ໃນກໍລະນີຈະບໍ່ນັບເປັນຈຳນວນຄັ້ງໃນການປ່ຽນສະຖານປະກອບການ
  • ໃນກຳລະນີລູກຈ້າງມີສະພາບຮ່າງກາຍທີ່ບໍ່ສາມາດເຮັດວຽກໃນສະຖານປະກອບການນັ້ນໄດ້ ແຕ່ສາມາດເຮັດວຽກໃນຮູບແບບອື່່ນໄດ້

ໄລຍະເວລາໃນການຍື່່ນຄຳຮ້ອງ ແລະ ການປ່ຽນທີ່ເຮັດວຽກ

ໄລຍະເວລາໃນການຍື່ນຄຳຮ້ອງ

  • ຕ້ອງຍື່ນຄຳຮ້ອງພາຍໃນ 1 ເດືອນ ຕັ້ງແຕ່ວັນທີ່ຍົກເລີກສັນຍາຈ້າງກັບນາຍຈ້າງ ໂດຍຍື່ນທີ່ສູນຈັດຫາງານຈື່ງຈະໄດ້ຮັບການອອກໜັງສືຮັບຮອງການຈົດທະບຽນການຈ້າງງານ(ທີ່ສໍາຄັນຕ້ອງຍື່ນຄຳຮ້ອງຕໍ່ອາຍຸວີຊ່າທີ່ສຳນັກງານກວດຄົນເຂົ້າເມືອງ)
  • ແຮງງານຕ່າງປະເທດຈະໄດ້ຮັບອະນຸຍາດໃຫ້ປ່ຽນສະຖານປະກອບການເຮັດວຽກພາຍໃນ 3 ເດືອນ ນັບຕັ້ງແຕ່ວັນທີ່ຍືນເລື່ອງປ່ຽນສະຖານທີ່ປະກອບ ການ

ການປ່ຽນແປງສະຖານທີ່ເຮັດວຽກ

  • ແນະນຳແຮງງານຕ່າງປະເທດແກ່ນາຍຈ້າງເວລາແນາະນຳໃຫ້ແຈ້ງແກ່ແຮງງານຕ່າງປະເທດຊາບດ້ວຍ (ໂດຍທາງຂໍ້ຄວາມ)
  • ຖ້ານາຍຈ້າງ ແລະ ລູກຈ້າງຕົກລົງເຮັດສັນຍາຈ້າງງານ ນາຍຈ້າງຕ້ອງໄດ້ຮັບອະນຸຍາດໃນການຈ້າງງານຈາກສູນຈັດຫາງານ ແລະ ລູກຈ້າງຕ່າງປະເທດຕ້ອງໄດ້ຮັບອະນຸຍາດໃຫ້ປ່ຽນທີ່ເຮັດວຽກຈາກສຳນັກງານກວດຄົນເຂົ້າເມືອງ