SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ກົດໝາຍການກວດຄົນເຂົ້າເມືອງ

ລົງທະບຽນຄົນຕ່າງປະເທດ

  • ການທີ່ຄົນຕ່າງປະເທດທີ່ຈະພັກເຊົາເກີນ 90 ວັນ ຕ້ອງລົງທະບຽນຄົນຕ່າງປະເທດທີ່ສຳນັກງານກວດ ຄົນເຂົ້າເມືອງພາຍໃນ 90 ວັນຕັ້ງແຕ່ວັນທີ່ເດີນທາງເຂົ້າມາໃນປະເທດ
  • ກໍລະນີທີ່ລົງທະບຽນຄົນຕ່າງປະເທດຕ້ອງລົງທະບຽນດ້ວຍລາຍນີ້ວມືດ້ວຍ
  • ເມື່ອລົງທະບຽນເປັນຄົນຕ່າງປະເທດຈະໄດ້ຮັບການອອກບັດຕ່າງດ້າວ ( ໃຊ້ເວລາ 2-3 ອາທິດ ) ຊື່ງຈະຖືກໃຊ້ ເປັນບັດຢັ້ງຢືນຕົວຕົນການອາໃສໃນປະເທດເກົາຫຼີ ( ນອກຈາກການໃຊ້ເພື່ອຮັບຮອງຕົວຕົນຫ້າມໃຊ້ເພື່ອຈຸດປະ ສົງອື່ນໆ)
* ຫາກເຮັດບັດຕ່າງດ້າວເສຍຕ້ອງຍື່ນຂໍການອອກບັດພາຍໃນ 14 ວັນ ຕັ້ງແຕ່ວັນທີ ສູນຫາຍ
* ການທີ່ໜັງສືເດີນທາງສູນຫາຍໄປຕ້ອງຂໍໜັງສືເດີນທາງເຫຼັ້ມໃຫ່ມທີ່ກົງສູນຂອງສະຖານທູດ
* ຄົນຕ່າງປະເທດຕ້ອງພົກພາໜັງສືເດີນທາງ ຫຼື ບັດຕ່າງດ້າວ ຫາກຖືກເຈົ້າໜ້າທີ່ຂໍຮ້ອງໃຫ້ສະແດງໜັງສືເດີນທາງທີ່ກ່ຽວຂ້ອງ ກັບການປະຕິບັດໜ້າທີ່ຄົນຕ່າງປະເທດຕ້ອງສະແດງໃຫ້ເຫັນ
ເອກະສານທີ່ຕ້ອງຍື່ນ
  1. ຟອມຄຳຮ້ອງ, ໜັງສືເດີນທາງ, ຮູບຖ່າຍອັນທີ່ພື້ນເປັນສີຂາວ (3.5x4.5, 1ໃບ), ຄ່າທຳນຽມ
  2. ສຳເນົາໜັງສືຢັ້ງຢືນການຈົດທະບຽນທຸລະກິດ
  3. ໃບຜົນກວດສານເສບຕິດໂດຍໂຮງໝໍທີ່ກະຊວງຍຸດຕິທຳກຳນົດ ( ການອອກພາຍໃນ 3 ເດືອນນັບຈາກວັນທີລົງ ທະບຽນອອກຄ່າໃຊ້ຈ່າຍດ້ວຍຕົວເອງ)
  4. (ແຮງງານຕ່າງປະເທດທີ່ຍ້າຍສະຖານປະກອບການ) ຕ້ອງເພີ່ມສໍາເນົາໃບອະນຸຍາດການຈ້າງງານ, ສຳເນົາສັນຍາຈ້າງງານ ມາດຕະຖານ)

ການອະນຸຍາດຕໍ່ໄລຍະເວລາພັກເຊົາ

  • ຫາກຄົນຕ່າງປະເທດຕ້ອງການທີ່ຈະພັກເຊົາເກີນໄລຍະເວລາຢູ່ອາໃສຕ້ອງໄດ້ຮັບອານຸຍາດຕໍ່ອາຍຸວີຊ່າ ທີ່ດ່ານກວດຄົນເຂົ້າເມືອງຕັ້ງແຕ່ 2 ເດືອນລ່ວງໜ້າ ກ່ອນວັນທີ່ອາຍຸວີຊ່າສີ້ນສຸດລົງ ( ກໍລະນີອາຍຸວີຊ່າໝົດແຮງງານ ຕ່າງປະເທດຕ້ອງອອກນອກປະເທດເທົ່ານັ້ນ)
    * ໄລຍະເວລາຢູ່ອາໃສຖືກບັນທືກດ້ານຫຼັງຂອງບັດຕ່າງດ້າວ
  • ການອະນຸມັດໄລຍະເວລາອາໃສໃນໄລຍະເວລາເຮັດວຽກ( 3 ປີ ເຖີງ 4 ປີ 10 ເດືອນ) ລະຫວ່າງການອະນຸຍາດ ຈ້າງງານ ( ໄລຍະເວລາການຈ້າງງານ)
ເອກະສານທີ່ຕ້ອງຍື່ນ
  1. ຟອມຄຳຮ້ອງ, ໜັງສືເດີນທາງ, ບັດຕ່າງດ້າວ,ຄ່າທຳນຽມ
  2. ສຳເນົາໜັງສືຮັບຮອງການຈົດທະບຽນທຸລະກິດ, ສຳເນົາໃບອະນຸຍາດຈ້າງງານ, ສຳເນົາສັນຍາຈ້າງງານມາດຕະຖານ
  3. ໃບຄຳປະກັນ
  4. ( ລູກຈ້າງທີ່ຖືກຈ້າງງານຊໍ້າ) ໜັງສືຢັ້້ງຢືນວ່າຕໍ່ເວລາເຮັດວຽກ (ອອກໂດຍຈາກສູນຈັດຫາງານ)
  5. ( ຄົນທີ່ຍື່ນຂໍຍ້າຍບ່ອນເຮັດວຽກ) ໃບຮັບຮອງການຈົດບຽນການຈັດຫາງານ( ອອກໂດຍສູນຈັດຫາງານ)
  6. ໃບຢັ້ງຢືນການສະເໜີທີ່ພັກ( ໃບສັນຍາໃຫ້ເຊົ່າ, ໜັງສືຢືນຢັນການໃຫ້ທີ່ພັກ ແລະ ອື່ນໆ)
* ກໍລະນີທີ່ໄລຍະເວລາພັກເຊົາໝົດກຳນົດລະຫວ່າງປ່ຽນສະຖານປະກອບການ ( 3 ເດືອນ) ຕ້ອງຍື່ນເອກະສານຕໍ່ ໄລຍະເວລາຢູ່ອາໃສ ( ຊ່ວງປ່ຽນວຽກກໍ່ສາມາດຍື່ນຂໍຕໍ່ອາຍຸໄດ້)

ອະນຸຍາດການປ່ຽສະຖານປະກອບການ

  • ແຮງງານຕ່າງປະເທດທີ່ເຮັດວຽກໃນສະຖານປະກອບການທີ່ສັນຍາວ່າຈ້າງກ່ອນເຂົ້າປະເທດແຕ່ຖ້າມີເຫດຜົນທີ່ ເໝາະສົມສາມາດປ່ຽນສະຖານປະກອບການໄດ້
  • ສູນການຈັດຫາງານແນະນຳວຽກໃໝ່, ນາຍຈ້າງໃໝ່ໃຫ້ແຮງງານຕ່າງປະເທດເຮັດສັນຍາຈ້າງງານແລ້ວ ນາຍຈ້າງຕ້ອງໄດ້ ຮັບອະນຸຍາດການຈ້າງງານຈາກສູນການຈ້າງງານ ແລະ ແຮງງານຕ່າງປະເທດຕ້ອງໄດ້ຮັບອະນຸຍາດການປ່ຽນວຽກທີ່ສຳ ນັກງານກວດຄົນເຂົ້າເມືອງ
ເອກະສານທີ່ຕ້ອງຍື່ນ
  1. ຟອມຄຳຮ້ອງ, ໜັງສືເດີນທາງ, ບັດຕ່າງດ້າວ
  2. ສຳເນົາໃບອະນຸຍາດການຈ້າງງານ, ສຳເນົາສັນຍາຈ້າງງານມາດຕະຖານ
  3. ໃບຄໍ້າປະກັນ
  4. ເອກະສານທີ່ຮັບຮອງກ່ຽວກັບສະຖານປະກອບການເຊັ່ນ: ໜັງສືຮັບຮອງການຈົດທະບຽນທຸລະກິດ
※ ການອ້າງອີງ: ການສົ່ງຄືນບັດຕ່າງດ້າວ
  • ກໍລະນີແຮງານຕ່າງປະເທດທີ່ລົງທະບຽນເປັນຄົນຕ່າງປະເທດນັ້ນກັບປະເທດຖາວອນຕ້ອງສົ່ງຄືນບັດຕ່າງດ້າວ
    • ກໍລະນີຈະເຂົ້າປະເທດໃໝ່ໃນລະບົບ (re-entry) ຫາກບໍ່ສົ່ງຄືນບັດຕ່າງດ້າວຈະກັບເຂົ້າປະເທດເກົາຫຼີໃໝ່ບໍ່ໄດ້
  • ຫາກສົ່ງຄືນບັດຕ່າງດ້າວຕອນອອກນອກປະເທດ, ສະຖານະວີຊ່າເດີມກໍ່ຈະຫາຍໄປເພາະສະນັ້ນລະວັງຕ້ອງໄດ້ ສົ່ງຄືນບັດຕ່າງດ້າວເວລາອອກນອກປະເທດຊົ່ວຄາວ