SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ປະກັນຄົບກຳນົດອອກນອກປະເທດ

ປະກັນຄົບກຳນົດອອກນອກປະເທດ

ເພື່ອໃຫ້ນາຍຈ້າງທີ່ຈ້າງແຮງງານຕ່າງປະເທດຈ່າຍເງີນເທຈິກຄຶມເພື່ອໃຫ້ນາຍຈ້າງແຮງງານຕ່າງຊາດຈ່າຍເງີນເທຈິກີມແກ່ແຮງງານຕ່າງປະເທດທີ່ຈະກັບປະເທດຫຼືໄລຍະເວລາສັນຍາສິ້ນສຸດລົງ ຄືການປະກັນທີ່ກຳນົດໄວ້ໃຫ້ແຮງງານຕ່າງປະເທດຈະເປັນຜູ້ເອົາປະກັນ ຫຼືຜູ້ທີ່ໄດ້ຮັບເງີນທົດແທນ ຊື່ງຕ້ອງເຮັດພາຍໃນ15 ວັນ ນັບຕັ້ງແຕ່ວັນທີ່ສັນຍາຈ້າງງານມີຜົນບັງຄັບໃຊ້

  • ວັນທີສັນຍາຈ້າງງານມີຜົນບັງຄັບໃຊ້: ວັນທີເຂົ້າມາໃນປະເທດເກົາຫຼີ (ສຳລັບຜູ້ເຂົ້າໃໝ່ຖືວີຊ່າປະເພດ E-9) ຫຼື ວັນທີ່ເລີ່ມເຮັດວຽກຕາມສັນຍາ (ສຳລັບຜູ້ຖືວີຊ່າປະເພດ H-2 ຫຼືຜູ້ທີ່ປ່ຽນສະຖານປະກອບການ ສຳລັບຜູ້ເຂົ້າໃໝ່ທີ່ຖືວີຊ່າປະເພດ E-9)
  • ຫາກບໍ່ເຮັດປະກັນ ຈະຖືກປັບໃໝບໍ່ເກີນ5ລ້ານວອນ,ຄ່າປັບກໍລະນີທີ່ີ່ຊໍາລະເງີນຄ່າປະກັນລ່າຊ້າ 3 ຄັ້ງຂື້ນໄປ (ຄັ້ງທີ 1: 800,000 ວອນ, ຄັ້ງທີ 2: 1,600,000 ວອນ, ຄັ້ງທີ 3: 3,200,000 ວອນ)

ກຸ່ມເປົ້າໝາຍຜູ້ເຮັດປະກັນ

  • (ຕາມກົດໝາຍຕ່າງໆທີ່ກ່ຽວຂ້ອງກັບການຈ້າງແຮງງານຕ່າງປະເທດ) ນອກເໜືອຈາກ ດຳລັດ ຂໍ້ທີ 18 ແລະ ຂໍ້ທີ່ 18 ວັກ 2 ແລ້ວຄືນາຍຈ້າງທີ່ລູກຈ້າງຕ່າງປະເທດມີໄລຍະເວລາເຮັດວຽກເຫຼືອ 1 ປີຂື້ນໄປ
  • ນາຍຈ້າງທີ່ຈ້າງແຮງງານຕ່າງປະເທດທີ່ຍ້າຍສະຖານປະກອບການແລ້ວໄລຍະເວລາການເຮັດວຽກເຫຼືອ 1 ປີ ຂື້ນໄປນັ້ນ, ຕ້ອງເຮັດປະກັນຮັບຮອງການອອກນອກປະເທດ ພາຍໃນ 15ວັນ ຕັ້້ງແຕ່ວັນທີສັນຍາຈ້າງານມີຜົນບັງຄັບໃຊ້

ຂັ້ນຕອນການສະໝັກເຮັດປະກັນ

  • ນາຍຈ້າງສະໝັກເຮັດປະກັນໂດຍຜ່ານສູນຝຶກອົບຮົມແຮງງານຫຼື ຕົວແທນບໍລິສັດປະກັນໄພທີ່ຖືກມອບໝາຍ
  • ເມື່ອຝາກເງີນຄ່າປະກັນໃນບັນຊີທະນາຄານພາຍໃນເວລາກຳນົດແລ້ວເງີນຈະຖືກຕັດຈາກບັນຊີໄປໂດຍອັດຕະໂນມັດເມື່ອສະໝັກເຮັດປະກັນ

ອັດຕາດອກເບ້ຍປະກັນ : 8.3%ຂອງເງີນເດືອນ, ( ເງີນຄ່າຈ້າງປົກກະຕິ) ຊໍາລະທຸກເດືອນ

ສາເຫດໃນການຈ່າຍ ແລະ ຂັ້ນຕອນການຂໍຮັບເງີນປະກັນ

  • (ສາເຫດຂອງການຈ່າຍເງີນປະກັນ) ແຮງງານຕ່າງປະເທດທີ່ເຮັດວຽກຄົບ 1 ປີຂື້ນໄປໃນສະຖານປະກອບການເດີມກັບປະເທດ (ຍົກເວັ້ນກໍລະນີກັບປະເທດເປັນເວລາຊົ່ວຄາວ), ເສຍຊີວິດ, ປ່ຽນສະຖານະພາບຂອງການຢູ່ອາໃສ
  • ກໍລະນີເຮັດວຽກນ້ອຍກ່ວາ 1ປີ ນາຍຈ້າງເອງເປັນຜູ້ເອົາປະກັນ
  • (ຂັ້ນຕອນຂໍຮັບ): ແຮງງານຕ່າງປະເທດຍື່ນຂໍຮັບເງີນປະກັນ ໂດຍຍື່ນຄໍາຮ້ອງຂໍເງີນຄ່າປະກັນ, ສຳເນົາປື້ມບັນຊີທະນາຄານ, ເອກະສານຢັ້ງຢືນຕົວຕົນ ແລະ ອື່ນໆໃຫ້ແກ່ບໍລິສັດປະກັນ
  • ກໍລະນີແຮງງານຕ່າງປະເທດເສຍຊີວິດ ຕ້ອງຍື່ນໃບແຈ້ງເສຍຊີວິດ ( ຮັບຮອງໂດຍສະຖານທູດຂອງປະເທດທີ່ສົ່ງຕົວມາ) ແລະ ສຳເນົາປື້ືມບັນຊີທະນາຄານຂອງຄອບຄວາຜູ້ເສຍຊີວິດ ໂດຍແມ່ນຄອບຄົວຜູ້ເສຍຊີວິດເປັນຜູ້ຂໍຮັບເງີນປະກັນ

ເອກະສານທີ່ຈຳເປັນເພື່ອຍື່ນຂໍຮັບເງີນປະກັນ

ກໍລະນີລູກຈ້າງຍື່ນຂໍຮັບ ກໍລະນີນາຍຈ້າງຍື່ນຂໍຮັບ
  • ໃບຄໍາຮ້ອງຂໍຮັບເງີນປະກັນ 1 ສະບັບ
  • ສຳເນົາປື້ມບັນຊີທະນາຄານ1 ສະບັບ (ເປັນບັນຊີສ່ວນຕົວຂອງແຮງງານຕ່າງປະເທດ)
  • ບັດຕ່າງດ້າວຫຼືໜັງສືເດີນທາງ
  • ໃບແຈ້ງເສຍຊີວິດ ( ກໍລະນີເສຍຊີວິດ)
  • ໃບຄຳຮ້ອງຂໍຮັບເງີນຄ່າປະກັນ 1 ສະບັບ, ສຳເນົາໜັງສືຮັບຮອງຈົດທະບຽນທຸລະກິດ 1 ສະບັບ
  • ສຳເນົາປື້ມບັນຊີທະນາຄານ 1 ສະບັບ (ເປັນບັນຊີອົງກອນ-ນີຕີບຸຄົນ, ບັນຊີຂອງວີສາຫະກິດສ່ວນບຸກຄົນ- ຕົວແທນບໍລິສັດ)
  • ສຳເນົາໜັງສືຮັບຮອງການຈົດທະບຽນທຸລະກິດ 1 ສະບັບ
    ເອກະສານລາຍງານການປ່ຽນການຈ້າງງານ
  • (ໄລຍະເວລາການຈ່າຍເງີນປະກັນ) ພາຍໃນ14 ວັນຕັ້ງແຕ່ວັນທີ່ແຮງງານຕ່າງປະເທດເດີນທາງກັບປະເທດ
  • ກໍລະນີຍື່ນຂໍເງີນປະກັນຕາມການປ່ຽນແປງສະຖານະພາບທີ່ພັກອາໃສ ຫຼື ເສຍຊີວິດ ຫຼື ຍື່ນຂໍເງີນ ປະກັນຫຼັງເດີນທາງອອກນອກປະເທດນັ້ນຈ່າຍເງີນປະກັນພາຍໃນ14 ວັນຕັ້ງແຕ່ວັນທີຍື່ນຄຳຮ້ອງ

ການຈ່າຍເບ້ຍປະກັນ

  • ຫລັງຈາກໄດ້ຮັບການຢືນຢັນເຫດຜົນທີ່ຕ້ອງຈ່າຍເບ້ຍປະກັນ ແລະ ຜູ້ເອົາເງີນປະກັນຈາກບໍລິສັດປະກັນໄພແລ້ວຈະຈ່າຍເງີນປະກັນໃຫ້ແກ່ແຮງງານຕ່າງປະເທດ (ໄດ້ຮັບທີ່ສະໜາມບີນ ຫຼື ໂອນເຂົ້າບັນຊີທະນາຄານຂອງປະເທດຕົນ) ຫຼືນາຍຈ້າງ ( ໂດຍການໂອນເຂົ້າບັນຊີທະນາຄານ)

ການຈັດການ“ການບໍລິການ (ແອບປີລເຄເຊີນ) ໂທລະສັບມືຖື EPS” ສຳລັບການຈຳລອງຄຳນວນຈຳ ເງີນແທຈິກີມ

  • ມີຈຸດປະສົງພັດທະນາເພື່ອໃຊ້ອ້າງອີງຈຳລອງການຄິດໄລ່ເງີນເທຈິກີມໃຫ້ແກ່ແຮງງານຕ່າງປະເທດທີ່( ຄາດວ່າ) ຈະອອກຈາກງານ
    • ການສອບຖາມຍອດເງີນປະກັນການເດີນທາງກັບປະເທດທີ່ຄາດວ່າຈະໄດ້ຮັບ
    • ການຈຳລອງການຄິດໄລ່ເງີນເທຈີກຄຶມ
    • ຈັດການໂດຍເຊື່ອມກັນເພື່ອຄິດໄລ່ຜົນຕ່າງເງີນເທຈີກຄຶມ