SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ປະກັນຮັບຮອງການຄ້າງຈ່າຍຄ່າຈ້າງ

ປະກັນຮັບຮອງການຄ້າງຈ່າຍຄ່າຈ້າງ

ເປັນປະກັນທີ່ຄຸ້ມຄອງແຮງງານຕ່າງປະເທດຈາກເລື່ອງການຄ້າງຊໍາລະຄ່າຈ້າງ, ນາຍຈ້າງສະໝັກທຳປະກັນໄພໂດຍກຳນົດໃຫ້ແຮງງານຕ່າງປະເທດເປັນຜູ້ເອົາປະກັນ ຫຼື ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍຕ້ອງເຮັດປະກັນພາຍໃນ15ວັນ ນັບຕັ້ງແຕ່ວັນທີສັນຍາຈ້າງງານມີຜົນບັງຄັບໃຊ້

ຫາກບໍ່ເຮັດ ຕ້ອງຈ່າຍຄ່າປັບໃໝບໍ່ເກີນ 5,000,000 ວອນ

ກຸ່ມເປົ້າໝາຍຜູ້ເຮັດປະກັນ

  • ສະຖານປະກອບການທີ່ມີຜູ້ໃຊ້ແຮງງານປະຈໍານ້ອຍກ່ວາ300ຄົນ ຜູ້ປະກອບການທີ່ບໍ່ໄດ້ຮັບຄວາມຄຸ້ມຄອງຈາກກົດໝາຍສິດທິເຈົ້າຫນີ້ຄ່າຈ້າງ

ຂັ້ນຕອນໃນການເຮັດປະກັນ

  • ນາຍຈ້າງສາມາດສະໝັກເຮັດປະກັນໂດຍຜ່ານສູນຝຶກອົບຮົມສີມືແຮງງານ ຫຼື ຕົວແທນບໍລິສັດປະກັນໄພທີ່ຖືກແຕ່ງຕັ້ງ (ບໍລິສັດໂຊລປະກັນໄພຈຳກັດ)
  • ເມື່ອຝາກເງີນຄ່າປະກັນໃນບັນຊີທະນາຄານພາຍໃນເວລາກຳນົດແລ້ວເງີນຈະຖືກຕັດຈາກບັນຊີໂດຍອັດຕະໂນມັດເມື່ອສະໝັກເຮັດປະກັນ

ອັດຕາເບ້ຍປະກັນ: ຕາມມາດຕະຖານຢູ່ທີ 15,000 ວອນ/ປີ, ຊໍາລະເປັນເງີນກ້ອນ

ສາເຫດໃນການຈ່າຍ ແລະ ຂັ້ນຕອນການຂໍຮັບເງີນປະກັນ

  • (ເງື່ອນໄຂໃນການຈ່າຍເງີນປະກັນ) ກໍລະນີໄດ້ຮັບການຢືນຢັນການຄ້າງຈ່າຍເງີນເດືອນຈາກກົມແຮງງານໃນແຂວງທີ່ຄຸ້ມຄອງດູແລສະຖານປະກອບການນັ້ນໆ
  • (ຂັ້ນຕອນໃນການຍື່ນຂໍຮັບເງີນ) ຫຼັງຈາກໄດ້ຮັບໜັງສືຢືນຢັນການຄ້າງຈ່າຍເງິນເດືອນຈາກກົມແຮງງານພາຍໃນແຂວງ (ສ່ວນປັບປຸງແຜນງານ) ທີ່ຄຸ້ມຄອງດູແລສະຖານປະກອບການນັ້ນໆໃຫ້ນຳໄປຍື່ນຂໍຮັບ ເງິນປະກັນທີ່ບໍລິສັດປະກັນ
  • < ເອກະສານທີ່ຍື່ນຂໍຮັບເງີນປະກັນ >
    • ① ເອກະສານທີ່ຍື່ນຂໍຮັບເງິນປະກັນ 1 ສະບັບ, ສຳເນົາປື້ມບັນຊີທະນາຄານ (ບັນຊີສ່ວນຕົວ)
    • ② ເອກະສານຢັ້ງຢືນຕົວຕົນການເປັນແຮງງານຕ່າງປະເທດ (ສຳເນົາໜືງສືເດີນທາງ ຫຼື ບັດຕ່າງດ້າວ) 1 ສະບັບ
    • ③ ໜັງສືຢັ້ງຢືນການຈ່າຍເງິນເດືອນລ່າຊ້າ ( ຈາກກົມແຮງງານ) 1 ສະບັບ

ການຈ່າຍເງິນຄ່າປະກັນ

  • ຫຼັງຈາກທີ່ບໍລິສັດປະກັນຈະສືບຫາຂໍ້ມູນກ່ຽວກັບການຄ້າງຈ່າຍຄ່າຈ້າງໃນສ່ວນຈຳນວນທີ່ຄ້າງຈ່າຍ ແລະ ຈະຈ່າຍເງິນປະກັນໃນສ່ວນທີ່ຄ້າງຈ່າຍໃຫ້ແກ່ແຮງງານຕ່າງປະເທດຕາມວົງເງິນປະກັນ ( 2 ລ້ານວອນ )