SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ປະກັນຄ່າໃຊ້ຈ່າຍໃນການເດີນທາງກັບປະເທດ

ປະກັນຄ່າໃຊຈ່າຍໃນການເດີນທາງກັບປະເທດ

ຄືປະກັນໄພທີ່ສະໝັກເຮັດປະກັນໄພໃນ 3 ເດືອນນັບຕັ້ງແຕ່ວັນທີສັນຍາຈ້າງງານມີຜົນບັງຄັບໃຊ້ເພື່ອກຽມສຳລັບຄ່າໃຊ້ຈ່າຍທີ່ຕ້ອງໃຊ້ໃນການເດີນທາງກັບປະເທດຂອງແຮງງານຕ່າງປະເທດ

* ຫາກຝ່າຝືນບໍ່ເຮັດປະກັນຕ້ອງເສຍຄ່າປັບໄໝ (ຄັ້ງທີ່1: 800,000 ວອນ, ຄັ້ງທີ່ 2: 1,600,000 ວອນ ແລະ ຄັ້ງທີ 3: 3,200,000)

ກຸ່ມເປົ້າໝາຍຜູ້ເຮັດປະກັນ : ແຮງງານຕ່າງປະເທດທັງໝົດ(ບໍ່ມີການຍົກເວັ້ນ)

ຂັ້ນຕອນໃນການສະໝັກເຮັດປະກັນ

  • ສະໝັກໂດຍຜ່ານສູນຝຶກອົບຮົມແຮງງານ ຫຼື ຕົວແທນບໍລິສັດປະກັນໄພທີ່ຖືກແຕ່ງຕັ້ງ
  • ຈ່າຍຄ່າເງີນປະກັນຄ່າໃຊ້ຈ່າຍໃນການເດີນທາງກັບປະເທດໂດຍໂອນເຂົ້າບັນຊີທີ່ເຮັດໄວ້ຕອນທີ່ເຂົ້າຝຶກອົບຮົມເຮັດວຽກຕາມກຳນົດການຊໍາລະຄ່າປະກັນເງີນຄ່າປະກັນຈະຖືກຕັດຈາກບັນຊີໂດຍອັດຕະໂນມັດເມືອສະໝັກເຮັດປະກັນ

ອັດຕາເບ້ຍປະກັນ: ແຕ່ລະປະເທດຈະຢູ່ທີ່ 400,000 -600,000 ວອນ, ຈ່າຍເປັນເງີນກ້ອນຫຼືຜ່ອນຊໍາລະເປັນ 3 ງວດ

* 400,000 ວອນ : (ຈີນ, ຟີລີບປີນ, ອິນໂດເນເຊຍ, ໄທ, ຫວຽດນາມ)
* 500,000 ວອນ : (ລາວ, ມົງໂກ່ນ, ກຳປູເຈຍ, ເນປານ, ອຸສເບກກິສຖານ, ບັງກລາເທດ, ມຽນມາ, ປາກີສຖານ, ຕີມໍ ຕະເວັນອອກ, ຄີຣກີສຖານ)
* 600,000 ວອນ : (ສີລັງກາ)

ສາເຫດໃນການຈ່າຍ ແລະ ຂັ້ນຕອນການຂໍຮັບເງີນປະກັນ

  • (ເງື່ອນໄຂການຈ່າຍເງີນປະກັນ) ການເດີນທາງກັບປະເທດຫຼັງຄົບກຳນົດໄລຍະເວລາການພັກອາໃສ, ກັບປະເທດກ່ອນທີ່ຈະຄົບໄລຍະເວລາພັກອາໄສເນື່ອງຈາກເຫດຜົນສ່ວນຕົວ ( ຍົກເວັນການກັບປະເທດຊົ່ວຄາວ), ແຮງງານຕ່າງປະເທດກັບປະເທດໂດຍສະໝັກໃຈ ຫຼື ຖືກສົ່ງກັບປະເທດ
  • (ຂັ້ນຕອນການຍື່ນຂໍຮັບເງີນປະກັນ): ຫຼັງຈາກຂໍຮັບໜັງສືຢັ້ງຢືນການກັບປະເທດຈາກກົມແຮງງານ ( ສູນການຈັດຫາງານ)ທີ່ຮັບຜິດຊອບຄຸ້ມຄອງສະຖານປະກອບການແລ້ວ ນຳເອົາເອກະສານໄປຍືນຂໍຮັບເງີນຄ່າປະກັນທີ່ບໍລິສັດປະກັນ
ເອກະສານທີ່ຍື່ນຂໍຮັບເງີນປະກັນ
  1. 1ໃບຄຳຮ້ອງຂໍຮັບເງີນປະກັນ 1 ສະບັບ, ສຳເນົາປື້ມບັນຊີທະນາຄານ 1 ສະບັບ (ບັນຊີສ່ວນຕົວ)
  2. 2ໜັງສືຢັ້ງຢືນຕົວຕົນການເປັນແຮງງານຕ່າງປະເທດ( ໜັງສືເດີນທາງ ຫຼື ບັດຕ່າງດ້າວ) 1 ສະບັບ
  3. 3ໜັງສືຢັ້ງຢືນການກັບປະເທດ( ຈາກກົມແຮງງານ ) 1 ສະບັບ

ການຈ່າຍເງີນຄ່າປະກັນ

  • ຫຼັງຈາກບໍລິສັດປະກັນໄດ້ກວດສອບເຫດຜົນທີຕ້ອງຈ່າຍເງີນຄ່າປະກັນແລ້ວກ່ອນວັນກຳນົດການອອກນອກປະເທດແຮງງານຕ່າງປະເທດຈະໄດ້ຮັບເງີນຄ່າປະກັນໂດຍຜ່ານບັນຊີທະນາຄານສ່ວນຕົວ