SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ປະກັນການເກີດອຸປະຕິເຫດ

ປະກັນອຸບັດຕິໄພ

ແມ່ນປະກັນໄພທີ່ເຮັດພາຍໃນ15 ວັນ ນັບຕັ້ງແຕ່ວັນທີສັນຍາຈ້າງງານມີຜົນບັງຄັງໃຊ້ເພື່ອຄຸ້ມຄອງແຮງງານຕ່າງຊາດຈາກອຸບັດຕີໄພໃນການປະຕິບັດວຽກທັງໃນກໍລະນີເສຍຊີວິດ ຫຼື ພິການຖາວອນ

* ຖ້າຝ່າຝືນບໍ່ເຮັດປະກັນນີ້ຈະຖືກປັບໃໝບໍ່ເກີນ 5,000,000 ວອນ

ກຸ່ມເປົ້າໝາຍ: ແຮງງານຕ່າງປະເທດທຸກຄົນ (ບໍ່ມີຍົກເວັ້ນ)

ຂັ້ນຕອນການສະໝັກເຮັດປະກັນ

  • ນາຍຈ້າງສະໝັກເຮັດປະກັນໂດຍຜ່ານສູນຝຶກອົບຮົມກົມແຮງງານ ຫຼືຕົວແທນບໍລິສັດປະກັນໄພທີ່ຖືກແຕ່ງຕັ້ງ
  • ຈ່າຍເງີນຄ່າປະກັນໄພໂດຍໂອນເຂົ້າບັນຊີເຮັດໄວ້ຕອນເຂົ້າຮັບການຝຶກອົບຮົມການປະຕິບັດວຽກຕາມກຳນົດການຊໍາລະ ຄ່າປະກັນເງີນຄ່າປະກັນຈະຖືກຕັດຈາກບັນຊີໄປໂດຍອັດຕະໂນມັດເມື່ອສະໝັກເຮັດປະກັນ
    • ໄລຍະເວລາສັນຍາປະກັນຈະຕາມໄລຍະເວລາວ່າຈ້າງເຮັດວຽກກໍລະນີຈ້າງງານຊໍ້າແລ້ວຈະຕ້ອງເຮັດປະກັນອຸບັດຕີໄພ
    • ກໍລະນີອອກນອກປະເທດໃນໄລຍະເວລາສັນຍາ, ປະກັນຈະຈ່າຍຄືນເງີນສ່ວນທີ່ເຫຼືອ

ອັດຕາເບ້ຍປະກັນ: ປະມານ 20,000 ວອນ ( ຕ່າງກັນຕາມເພດ, ອາຍຸ ອື່ນໆ) ຈ່າຍເງີນກ້ອນ

ເງື່ອນໄຂການຈ່າຍເງີນປະກັນ ແລະ ຂັ້ນຕອນການຍື່ນຂໍເງິນປະກັນ

  • (ເງື່ອນໃຂການຈ່າຍເງີນປະກັນ) ຄວາມພີການລະດັບສູງ ຫຼື ເສຍຊີວິດ ເນື່ອງຈາກເຫດຜົນໃດໆທີ່ບໍ່ແມ່ນເວລາປະຕີບັດວຽກ
ກໍລະນີການໃຊ້ປະກັນ ເງີນຊົດເຊີຍ
ເສຍຊີວິດ ຫຼື ພີການລະດັບສູງຈາກອຸປະຕີເຫດ ຫຼື ບາດເຈັບທີ່ບໍ່ແມ່ນຍ້ອນການປະຕິບັດວຽກ ບໍ່ເກີນ 30 ລ້ານວອນ
ການເສຍຊີວິດ ຫຼື ພີການລະດັບສູງຈາກອາການເຈັບປ່ວຍທີ່ບໍ່ແມ່ນເກີດຈາກການປະຕິບັດວຽກ ບໍ່ເກີນ 15 ລ້ານວອນ
  • (ຂັ້ນຕອນການຍື່ນຂໍ) ກໍລະນີແຮງງານຕ່າງປະເທດປະສົບອັນຕະລາຍ ຫຼື ເຈັບປ່ວຍຈົນພີການ ຫຼື ເສຍຊີວິດ ຊື່ງບໍ່ແມ່ນຈາກການປະຕິບັດວຽກ ແຮງງານຕ່າງປະເທດ ຫຼື ຄອບຄົວຂອງຜູ້ເສຍຊີວິດສາມາດ ຍື່ນຂໍເງີນຊົດເຊີຍຈາກຕົວແທນບໍລິສັດປະກັນໄພ

ເອກະສານທີ່ຕ້ອງຍື່ນເພື່ອຂໍເງີນປະກັນ

ກໍລະນີ 제출서류
ກໍລະນີພີການ
  • ① ໃບຄຳຮອ້ງຂໍຮັບເງີນຄ່າປະກັນ
  • ② ເອກະສານຢັ້ງຢືນຕົວຕົນຂອງແຮງງານຕ່າງປະເທດ ( ສຳເນົາໜັງສືຜ່ານແດນ ຫຼື ບັດຕ່າງດ້າວ) 1 ສະບັບ
  • ③ ໃບຢັ້ງຢືນຄວາມພິການ 1 ສະບັບ
  • ④ ສຳເນົາປື້ມບັນຊີທະນາຄານຂອງຕົນ 1 ສະບັບ
ກໍລະນີເສຍຊີວິດ
  • ① ໃບຄໍາຮ້ອງຮັບເງີນຄ່າປະກັນ1 ສະບັບ
  • ② ໃບຢັ້ງຢືນຄອບຄົວຂອງຜູ້ເສຍຊີວິດ ( ໃບຢັ້ງຢືນສາຍພົວພັນ) 1 ສະບັບ
  • ③ ໃບຢັ້ງຢືນເສຍຊີວິດ 1 ສະບັບ
  • ④ ສຳເນົາປື້ມບັນຊີທະນາຄານຂອງຕົນ1 ສະບັບ

ການຈ່າຍເງີນປະກັນ

  • ຈ່າຍເງີນປະກັນທາງບັນຊີທະນາຄານຂອງແຮງງານຕ່າງປະເທດ ຫຼື ຄອບຄົວຂອງຜູ້ເສຍຊີວິ