SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ລະບົບການເຂົ້າປະເທດໃໝ່ສຳລັບແຮງງານຜູ້ທີ່ດຸໝັ່ນ

ລະບົບການເຂົ້າປະເທດໃໝ່ສໍາລັບແຮງງານຕ່າງປະເທດຜູ້ມີຄວາມດຸໝັ່ນເຮັດວຽກ

  • ກໍລະນີທີ່ສີ້ນສຸດໄລຍະເວລາທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກແລ້ວ ( 4 ປີ 10 ເດືອນ) ແລ້ວນາຍຈ້າງຕ້ອງການທີ່ຈະຈ້າງຕໍ່ ລະບົບການຊ່ວຍເຫຼືອລູກຈ້າງຕ່າງປະເທດໃຫ້ໄດ້ເຂົ້າປະເທດມາເຮັດວຽກຕໍ່ໃນສະຖານປະກອບການເດີມຫລັງຈາກກັບຄືນພູມລໍາເນົາໄປແລ້ວ 1 ເດືອນ
    * ຫົວຂໍ້ສິດທິພິເສດ: ຈະໄດ້ຮັບການຍົກເວ້ນບໍ່ຕ້ອງທົດສອບຄວາມສາມາດທາງພາສາເກົາຫຼີ ແລະ ບໍ່ຕ້ອງການຝຶກ ອົບຮົມການເຮັດວຽກກ່ອນ ແລະ ຫຼັງການເຂົ້າປະເທດບໍ່ມີການຈຳກັດອາຍຸ

ເງື່ອນໄຂ

( ແຮງງານຕ່າງປະເທດ )ຕ້ອງເຮັດວຽກໃນສະຖານປະກອບການພຽງແຫ່ງດຽວຕະຫຼອດຈົນຄົບໄລຍະເວລາການເຮັດວຽກ ( 4 ປີ 10 ເດືອນ )

  • ແຮງງານຕ່າງປະເທດຜູ້ທີ່ເຄີຍພັກເຊົາໃນປະເທດເກົາຫຼີດ້ວຍສະຖານະວິຊ່າE-9ຫຼື E-10 ລວມແລ້ວໄລຍະເວລານ້ອຍກວ່າ 5 ປີ
  • ແຕ່ຖ້າມີເຫດຜົນທີ່ນາຍຈ້າງຢຸດເຊົາກິດຈະການໂດຍບໍ່ຮັບຜິດຊອບຕໍ່ລູກຈ້າງ ( ແຈ້ງຈາກລັດຖະມົນຕີກະຊວງແຮງງານ )ແລ້ວລູກຈ້າງຕ້ອງການຈະປ່ຽນສະຖານປະກອບການໂດຍທີ່ເຫຼືອສັນຍາຈ້າງກັບນາຍຈ້າງ 1 ປີ ຂື້ນໄປສາມາດປ່ຽນສະຖານປະກອບການໄດ້ ( ຢັ້ງຢືນ ທີ່ ສູນຈັດຫາງານໃນເຂດພື້ນທີ່)

( ສະຖານປະກອບການ ) ວຽກປູກຝັງ ແລະ ລ້ຽງສັດ, ການປະມົງ ແລະ ອຸສາຫະກໍາມີລູກຈ້າງບໍ່ເກີນ 100 ຄົນ

* ເງື່ອນໄຂ ການອອກໃບອະນຸຍາດຈ້າງງານທັງໝົດຕ້ອງມີຄວາມເໝາະສົມ

ວິທີການຍື່ນຄຳຮ້ອງ

  • ( ຜູ້ທີ່ຍື່ນ ) ນາຍຈ້າງທີ່ຈ້າງແຮງງານດຸໝັ່ນ ຜູ້ປະສົງທີຈະເຂົ້າມາເຮັດວຽກໃນປະເທດເກົາຫຼີອີກເທື່ອໜື່ງ
  • ( ໄລຍະເວລາການຍື່ນ )ແຮງງານຕ່າງປະເທດຜູ້ໄດ້ຮັບສິດທີແຮງງານຜູ້ດຸໝັ່ນທີ່ຕ້ອງການຈະເຂົ້າປະເທດເກົາຫຼີອີກເທື່ອໜື່ງສາມາດ ຍື່ນຄໍາຮ້ອງໄດ້ກ່ອນວັນສີ້ນສຸດໄລຍະເວລາການເຮັດວຽກ 1 ເດືອນ ເຖີງ 7 ວັນ ທີ່ສູນຈັດຫາງານ

ຂັ້ນຕອນການເຂົ້າປະເທດໃໝ່

  • ( ແຈ້ງອອກນອກປະເທດ ແລະ ກັບພູມລໍາເນົາ) ແຮງງານຕ່າງປເທດກ່ອນອອກນອກປະເທດ ▲ ຕ້ອງເຮັດສັນຍາການຈ້າງງານ ▲ຕ້ອງສົ່ງຄືນບັດຕ່າງດ້າວ ▲ຕ້ອງອອກນອກປະເທດກ່ອນທີວີຊ່າຈະໝົດອາຍຸ
    • ຕ້ອງແຈ້ງການກັບພູມລຳເນົາກັບໜ່ວຍງານທີ່ສູນຈັດຫາງານ ພາຍໃນ 7 ວັນ ຫຼັງອອກນອກປະເທດ.
  • ( ຍື່ນຂໍໃບອະນຸມັດອອກວີຊ່າ) ຫຼັງຜູ້ໃຊ້ແຮງງານອອກນອກປະເທດໄປແລ້ວ ນາຍຈ້າງຕ້ອງຍື່ນຂໍໃບອະນຸມັດການອອກວີຊາທີ່ ສຳນັກງານກວດຄົນເຂົ້າເມືອງ ( ສາມາດຍື່ນໄດ້ກ່ອນແຮງງານຕ່າງປະເທດອອກນອກປະເທດ)
  • ( ການຮັບການກວດສຸຂະພາບ ແລະ ຍື່ນຂໍວີຊາ) ແຮງງານຕ່າງປະເທດຫຼັງຈາກກັບພູມລໍາເນົາໃຫ້ຮັບການ ກວດສຸຂະພາບ ແລະ ຍື່ນເອກະສານທີ່ຈຳເປັນສຳລັບການອອກວີຊ່າຕາມການແນະນຳຂອງໜ່ວຍງານ ທີ່ຈັດສົ່ງ
  • ( ສະຖານປະກອບການ) ການປູກຝັງ, ລ້ຽງສັດ ແລະ ການປະມົງ ຫຼື ດ້ານອຸດສາຫະກໍາ ທີ່ມີລູກຈ້າງບໍ່ເກີນ 50 ຄົນ
    • (ເຂົ້າປະເທດ ແລະ ສົ່ງມອບຕົວ) ແຮງງານຕ່າງປະເຂົ້າປະເທດແບບເປັນກຸ່ມໃນວັນທີ່ HRD Korea ແລະ ໜ່ວຍງານຈັດສົ່ງກຳນົດໄວ້ຈະຍ້າຍໄປສະຖານທີ່ກຳນົດ( ເຂົ້າປະເທດແບບບຸກຄົນບໍ່ໄດ້)
      * ຫຼັງກວດສຸຂະພາບ ແລະ ເຮັດປະກັນແບບສະເພາະລະບົບອະນຸຍາດການຈ້າງງານແຮງງານຕ່າງປະເທດແລ້ວນາຍ ຈ້າງຈະຮັບຕົວແຮງງານຕ່າງປະເທດໄປ