SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ລະບົບອານຸຍາດການຈ້າງງານ
외국인노동자와 함께 하는 WORK IN KOREA

ລະບົບການເຂົ້າປະເທດໃໝ່ທາງເສັງພາສາເກົາຫຼີພິເສດ

ການສອນພາສາເກົາຫຼີພີເສດ

  • ການດຳເນີນການທົດສອບພາສາເກົາຫຼີແຕ່ລະໄຕມາດທີ່ສະຖາບັນທົດສອບທາງຄອມພີວເຕີກຳນົດໃຫ້ຜູ້ທີ່ມີຄຸນ ສົມບັດທົດສອບເປັນແຮງງານຕ່າງປະເທດກັບພູມລຳເນົາກ່ອນທີ່ໄລຍະການເຮັດວຽກສີ້ນສຸດ
    • ດຳເນີນການທົດສອບໃນທຸກປະເທດທີ່ຈັດສົ່ງແຮງງານຕ່າງປະເທດ ( 15 ປະເທດ, ຍົກເວັ້ນປະເທດລາວ) ຕັ້ງແຕ່ເດືອນມັງກອນປີ2018
    • ໂຄສະນາເຜີຍແຜ່ການົດທສອບທາງໜັງສືພີມ, ຫຼື ໜ້າເວັບໄຊທ໌ເປັນຕົ້ນ ຂອງປະເທດທີ່ຈັດສົ່ງ

ຄຸນສົມບັດຜູ້ທີ່ະໝັກການທົດສອບ

  • ແຮງງານຕ່າງປະເທດທີ່ຖືກຈ້າງງານໃໝ່ ( 3 ປີ + 1 ປີ 10 ເດືອນ) ແລະ ກັບປະເທດໂດຍສະມັກໃຈພາຍໃຕ້ໄລຍະເວລາທີ່ຖຶກຈ້າງ
    • ແຮຮງານຕ່າງປະເທດຜູ້ທີ່ເຄີຍພັກເຊົາໃນປະເທດເກົາຫຼີດ້ວຍສະຖານະວິຊ່າE-9ຫຼືE-10ລວມແລ້ວ ໄລຍະເວລານ້ອຍກວ່າ 5ປີ
  • ຜູ້ທີ່ແທດເໝາະກັບເງື່ອນໄຂເຂົ້າທົດສອບພາສາເກົາຫຼີທົ່ວໄປ (ອາຍຸ18~39ປີ, ຜູ້ທີ່ບໍ່ມີປະຫວັດອາຊະຍາກຳ,ຜູ້ທີ່ບໍ່ເຄີຍພັກ ເຊົາຢ່າງຜິດກົດໝາຍ, ຜູ້ທີ່ບໍ່ຖືກຈຳກັດການອອກ ນອກປະເທດໂດຍປະເທດຂອງຕົນ)
    • ເຖີງແມ່ນວ່າຜົນການທົດສອບພາສາເກົາຫຼີຈະຜ່ານ, ແຕ່ຖ້າມີການຢືນຢັນພາຍຫຼັງວ່າຄຸນສົມບັດ ແລະ ເງື່ອນໄຂບໍ່ເໝາະ ສົມກໍ່ຈະຖືວ່າບໍ່ຜ່ານໂດຍທີ່ບໍ່ກ່ຽວກັບຄະແນນ

ຂັ້ນຕອນການເຂົ້າປະເທດໃໝ່

  • ໃນກໍລະນີແຮງງານຜູ້ຜ່ານການທົດສອບພາສາເກົາຫຼີພີເສດເຄີຍເຮັດວຽກມາແລ້ວ 1 ປີ ຂື້ນໄປໃນສະຖານປະກອບການ ລ່າສຸດ ( ຕໍ່ໄປວ່າສະຖານປະກອບການລ່າສຸດ ) ແລະ ນາຍຈ້າງສຸດທ້າຍກັບແຮງງານຕ່າງປະເທດຕົກລົງເຮັດສັນຍາຈ້າງ ງານແລ້ວ ( ຕໍ່ໄປເອີນວ່າການແນະນຳໂດຍກົງ)
    • ໄດ້ຮັບການຍົກເວັ້ນການຝຶກອົບຮົມການເຮັດວຽກກ່ອນເຂົ້າປະເທດເກົາຫຼີຂັ້ນຕອນການດຳເນີນການໃນການເດີນ ທາງເຂົ້າມາອີກເທື່ອໜື່ງໄດ້ຢ່າງໄວ.
  • ➀ ເຮັດວຽກໃນສະຖານປະກອບການລ່າສຸດນ້ອຍກ່ວາ 1 ປີ
  • ➁ ເຮັດວຽກ1 ປີ ຂື້ນໄປ ແຕ່ນາຍຈ້າງ ຫຼື ແຮງງານຕ່າງປະເທດບໍ່ຕ້ອງເຮັດສັນຍາ ດຳເນີນວຽກງານໃນການແນະນຳແລະອະນຸຍາດເຂົ້າມາໃນປະເທດເກົາຫຼີຄືກັນກັບຜູ້ທີ່ເຂົ້າມາເຮັດວຽກໃນຮອບທຳອິດ

ຂໍ້ອ້າງອີງ

  • ການຈັດການທົດສອບພາສາເກົາຫຼີພີເສດແບບບໍ່ຕາຍຕົວໃນແຕ່ລະປີ