SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ຄ່າຈ້າງ

ຄ່າຈ້າງ

ເດືອນທີ່ຜ່ານມາ ບໍ່ມີວຽກງານຈຶ່ງພັກເປັນເວລາ 10ວັນ, ມື້ນີ້ໄດ້ຮັບເງິນເດືອນແລ້ວແຕ່ບໍ່ໄດ້ຮັບຄ່າຈ້າງສຳລັບ 10ວັນ ເພາະບໍ່ມີວຽກ. ດັ່ງກ່າວນີ້ຖືກຕ້ອງບໍ່?

ຕາມກົດໝາຍມາດຕະຖານແຮງງານ ມາດຕາ 45 ບໍລິສັດມີລູກຈ້າງ 5ຄົນຄື້ນໄປ ກໍລະນີ້ຢຸດງານຊົ່ວຄາວ ເນື່ອງຈາກເຫດຜົນນາຍຈ້າງ, ນາຍຈ້າງຕ້ອງຈ່າຍ 70% ຂອງຄ່າຈ້າງທັງໝົດໃນ100%.

ແຕ່ວ່ານາຍຈ້າງຫາກມີເຫດຜົນທີ່ຈຳເປັນ ແລະ ໄດ້ຮັບການອະນຸຍາດ ຈາກສະຫະພັນແຮງງານ ນາຍຈ້າງກໍ່ສາມາດຈ່າຍໜ້ອຍກ່ວາ 70% ໄດ້ເຊັ່ນກັນ.

ກໍລະນີຂ້າງເທິງນີ້ ຖ້າບໍລິສັດມີລູກຈ້າງຫຼາຍກ່ວາ 5ຄົນ ແລະ ນາຍຈ້າງບໍ່ໄດ້ຮັບການອະນຸຍາດຈາກສະຫະພັນແຮງງານ ລູກຈ້າງສາມາດຮັບເງິນຊົດເຊີຍການຢຸດງານສຳລັບ10ວັນ ແລະ ເງິນຊົດເຊີຍດັ່ງກ່າວຍັງບໍ່ໄດ້ຫັກຫຍັງອີກ.

※ ກໍລະນີການຍອມຮັບເຫດຜົນຂອງນາຍຈ້າງ
  • ສາເຫດຂອງເສດຖະກິດທີ່ບໍ່ດີ
  • ວັດຖຸດິບບໍ່ພຽງພໍ, ການຜະລິດຫຼຸດລົງ
  • ການຂາດໄຟຟ້າ, ການຂາຍສິນຄ້າຕົກຕໍ່າ ແລະ ຂາດງົບປະມານໃນບໍລິສັດ
  • ສັ່ງລະງັບໃບຂັບຂີ່ເນື່ອງຈາກການລະເມີດຄວາມຜິດໃນຫຼາຍຄັງ ໂດຍຄຳສັ່ງຂອງນາຍຈ້າງ
  • ສັ່ງງັບໃບຂັບຂີ່ເນື່ອງຈາກການສ້ອມແປງຜິດພາດ
  • ການເຄື່ອນຍ້າຍໂຮງງານ ແລະ ການສູນເສຍຕ່າງໆ
  • ການກໍ່ສ້າງໂຄງສ້າງເນື່ອຈາກອຸປະຕິເຫດການຍຸບຕົກລົງ
  • ການປິດທຸລະກິດການຈ້າງງານຫຼັງຈາກທີ່ມີການຂັດແຍ່ງກັນ
  • ການຂາດທຶນໃນໂຮງງານຜະລິດຍ່ອຍຍ້ອນຄວາມຫຍຸ້ງຍາກໃນການ ບໍລິຫານຂອງບໍລິສັດແມ່
  • ການປິດກິດຈະການຊົ່ວຄາວ ສາເຫດຍ້ອນການຂົນສົ່ງອຸປະກອນມີບັນຫາ
  • ການປິດກິດຈະການຊົ່ວຄາວ ສາເຫດຍ້ອນນໍ້າຖ້ວມ

ຂ້ອຍໄດ້ສັນຍານາຍຈ້າງວ່າຈະເຮັດວຽກ 8ຊົ່ວໂມງຕໍ່ມື້ ແລະ ຮັບເງິນເດືອນ 2,500,000 ວອນ, ແຕ່ຂ້ອຍເຮັດວຽກລ່ວງເວລາສະເລຍ 4ຊົ່ວໂມງຕໍ່ມື້ ແລະໄດ້ຮັບເງິນເດືອນເທົ່ານັ້ນ 2,500,000 ວອນ. ຂ້ອຍສາມາດໄດຮັບຄ່າຈ້າງOT ນັ້ນຄືນບໍ?

ອີງຕາມກົດໝາຍມາດຕະຖານແຮງງານ ໃນກໍລະນີເຮັດວຽກຫຼາຍກ່ວາ 8ຊົ່ວໂມງຕໍ່ມື້ ຕ້ອງເພີ່ມຄ່າຈ້າງອີກ 50% ຕໍ່ຊົ່ວໂມງ ແລະສຳລັບການເຮັດວຽກໃນກາງຄືນ(ການເຮັດວຽກ 10ໂມງແລງ ເຖິງ 6ໂມງເຊົ້າ) ກໍ່ຕ້ອງຈ່າຍຄ່າຈ້າງເພີ່ມເຊັ່ນດຽວກັນ.

ຫຼື ເຖິງວ່າຈະຕົກລົງກັນລະຫວ່າງນາຍຈ້າງແລະລູກຈ້າງກໍ່ຕາມ ຕາມກົດໝາຍແລ້ວ ບໍ່ສາມາດເຮັດວຽກລ່ວງເວລາຫຼາຍກ່ວາ 12ຊົ່ວໂມງຕໍ່ອາທິດ.

ຖ້າເຮັດວກຽກຕັ້ງແຕ່ 9ໂມງເຊົ້າ ຫາ 6ໂມງແລງ(ຍົກເວັ້ນເວລາພັກຜ່ອນ 1ຊົ່ວໂມງ) ກໍ່ຖືວ່າເຮັດວຽກມື້ລະ 8ຊົ່ວໂມງ, ນອກຈາກນັ້ນນາຍຈ້າງຕ້ອງຈ່າຍຄ່າOT 50%ເພີ່ມ. ແລະ ຖ້າເຮັດວຽກລ່ວອເວລາສືບຕໍ່ເກີນ 10ໂມງແລງ ຕ້ອງເພີ່ມອີກ 50% ສຳລັບຄ່າເຮັດວຽກໃນກາງຄືນ

ພວກເຮົາໄດ້ຄ້າງຈ່າຍຄ່າຈ້າງ, ແລະຕ້ອງການຢາກຈະໄປຍື່ນຄຳຮ້ອງຢູ່ກະຊວງແຮງງານ ຕ້ອງດຳເນີນ ຂັ້ນຕອນແມ່ນຫຍັງ?

ຖ້າສະເໜີຄຳຮ້ອງຮຽກເຖິງກະຊວງແຮງງານ ກ່ຽນກັບການຄ້າງຈ່າຍຄ່າຈ້າງ ຜູ້ກວດກາແຮງງານຈະກວດສອບນາຍຈ້າງ ແລະ ລູກຈ້າງ. ຖ້າທັງສອງຝ່າຍຕົກລົງເຫັນດີກ່ຽວກັບການຈ່າຍຄ່າແຮງງານກໍ່ແລ້ວໄປ ຖ້າວ່າຜູ້ກວດ ກາແຮງງານຫາກສັ່ງໃຫ້ຈ່າຍຄ່າຈ້າງແລ້ວ ແຕ່ນາຍຈ້າງຍັງປະຕິເສດບໍ່ຈ່າຍ ຫຼື ເລື່ອນມື້ຈ່າຍອອກໄປ ຈະຖືກຜິດຕໍ່ກົດໝາຍແພ່ງ ແລະ ຈະຖືກສອບສວນ.

  • ເອກະສານທີ່ຕ້ອງການສໍາລັບການຍື່ນສະເໜີ: ແບບຟອມຄໍາຮ້ອງທູກ(ແບບຟອມຂອງສູນຈ້າງງານ)
  • ເອກະສານຢັ້ງຢືນ: ຫຼັກຖານທີ່ບໍ່ໄດ້ຮັບການເງິນ, ໃບຢັ້ງຢືນເງິນເດືອນ, ຊອງເງິນເດືອນ, ສໍາເນົາບັນຊີທະນາຄານ ແລະ ເອກະສານອື່ນໆທີ່ເປັນຫຼັກຖານ.

ນາຍຈ້າງບອກວ່າເສດທະກິດຂອງໂຮງງານບໍ່ດີ ແລະ ໄດ້ເລື່ອນຈ່າຍຄ່າຈ້າງ. ຂ້ອຍຈະໄດ້ຮັບເງິນຄ້າງຄ່າຈ້າງນັ້ນ ຫຼື ບໍ່?

ແຮງງານຕ່າງປະເທດສາມາດໄດ້ຮັບເງິນຄ້າງຄ່າຈ້າງ ໂດຍຜ່ານປະກັນ ໄພການຊົດເຊີຍການຄ້າງຈ່າຍຄ່າຈ້າງ ກ່ອນອືນຖ້າ ແຮງງານຄວາມຈິງ ກ່ຽວກັບ ການຄ້າງຈ່າຍຄ່າຈ້າງກັບພະແນກພັດທະນາແຮງງານຂອງ ກະຊວງແຮງງານ ຫຼັງຈາກຜູ້ກວດກາແຮງງານ ກວດຊອບຄວາມຈິງແລ້ວ ຈະອອກໃບຢັ້ງຢືນການຄ້າງຈ່າຍຄ່າຈ້າງ. ຫຼັງຈາກນັ້ນຈະສົ່ງໃບຢັ້ງຢືນການຄ້າງຈ່າຍຄ່າຈ້າງ ແລະ ໃບສະເໜີຂໍເງິນປະກັນຕໍ່ກັບບໍລິສັດປະກັນໄພການຄໍ້າປະກັນເຊອູນ ແລະ ຈະສາມາດໄດ້ຮັບຄ່າຈ້າງພາຍໃນຈຳນວນ 4ລ້ານວອນ

ການຮ້ອງຟ້ອງຍ້ອນບັນຫາການຄ້າງຈ່າຍຄ່າຈ້າງແມ່ນຂັ້ນຕອນທີ່ໃຊ້ເວລາດົນ. ຖ້າບໍ່ສາມາດໄດ້ຮັບເງິນຄ້າງຈ່າຍຄ່າຈ້າງໃນຊ່ວງໄລຍະເວລາ ທີ່ອາໄສ, ຈະຕ້ອງເຮັດແນວໃດ?

ປ່ຽນເປັນວິຊ່າ G-1 ເຊີ່ງເປັນວີຊາພັກອາໃສ ແລະ ສາມາດຢູ່ໃນປະເທດຈົນກ່ວາ ການຮ້ອງຟ້ອງຈະຖືກແກ້ໄຂ. ວີຊາ G-1 ແມ່ນວິຊ່າການພັກເຊົາເຊີ່ງເຮັດໃຫ້ຊ່າວຄາວໃນກໍລະນີລ່ວງເວລາໂດຍເຫດຜົນທີ່ຈຳເປັນເຊັ່ນ: ການປີ່ນປົວ, ການຮ້ອງຟ້ອງກ່ຽວກັບການຄ້າງຈ່າຍຄ່າຈ້າງ ແລະ ອື່ນໆ. ໜື່ງຄັ້ງສາມາດພັກເຊົາໄດ້ 6 ເດືອນ, ແຕ່ຄົນຕ່າງປະເທດທີ່ມີວີຊ່າ G-1 ບໍ່ສາມາດເຮັດວຽກໄດ້ໃນໄລຍະຊ່ວງພັກອາໃສ. ກໍລະນີການປ່ຽນເປັນວີຊ່າ G-1 ມີຄວາມຍຸ້ງຍາກທ່ານສາມາດມອບສິດໃຫ້ຕົວແທນຮັບເງິນຄ້າງຄ່າຈ້າງນັ້ນໄດ້.

※ ອະນຸຍາດໃຫ້ປ່ຽນໄລຍະເວລາການພັກອາໄສ
  • ກໍລະນີດຳເນີນການຮ້ອງຟ້ອງ ແລະ ໄກ່ເກ່ຍ ອິງຕາມກົດໝາຍມາດຕະຖານແຮງງານກ່ຽວກັບການຄ້າງຈ່າຍຄ່າຈ້າງ ເອກະສານທີ່ຈຳເປັນຕ້ອງໄດ້ຍື່ນ :
    • ເອກະສານຢັ້ງຢືນກ່ຽວກັບການຄ້າງຈ່າຍຄ່າຈ້າງ
    • ເອກະສານຢັ້ງຢືນກ່ຽວກັບການສະເໜີຟ້ອງ
    • ໃບຮັບຮອງປະຫວັດສ່ວນຕົວ