SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ອູປະຕິເຫດໃນບ່ອນເຮັດວຽກ

ອຸປະຕິເຫດທີ່ເກີດຂື້ນໃນເວລາເຮັດວຽກ

ບໍລິສັດພວກເຮົາຈັດກິດຈະກຳກິລາທຸກໆປີ, ຂ້ອຍໄດ້ເຂົ້າຮ່ວມໃນການແຂ່ງຂັນເຕະບານ ແລະ ເຮັດໃຫ້ຂາຂ້ອຍຫັກ ກໍລະນີດັ່ງກ່າວນີ້ ຂ້ອຍສາມາດໄດ້ຮັບການຊົດເຊີຍທີ່ຈັດຢູ່ໃນອຸປະຕິເຫດໃນເວລາເຮັດວຽກບໍ່?

ຕາມກົດໝາຍມາດຕະຖານແຮງງານ ກໍລະນີທີ່ຍອມຮັບວ່າເປັນອຸປະຕິເຫດທີ່ເກີດຂື້ນໃນເວລາເຮັດວຽກ ແລະ ໄດ້ຮັບການຊົດເຊີຍຈາກປະກັນໄພ. ຄຳວ່າອຸປະຕິເຫດທີ່ເກີດໃນເວລາເຮັດວຽກແມ່ນ ກໍລະນີໄດ້ຮັບບາດເຈັບ, ເປັນພະຍາດ, ເສຍອົງຄະ ຫຼື ເສຍຊີວິດຈາກອຸປະຕິເຫດໃນເວລາເຮັດວຽກ. ອຸປະຕິເຫດທີ່ເກີດຂື້ນໃນເວລາເຮັດວຽກແບ່ງອອກເປັນ 2 ປະເພດຄື: ອຸປະຕິເຫດທີ່ເກີດໃນເວລາເຮັດວຽກ ແລະ ການເປັນພະຍາດໃນຊ່ວງເວລາການເຮັດວຽກ.

※ ຕົວຢ່າງອຸບັດຕິເຫດທີ່ເກີດໃນເວລາການເຮັດວຽກມີດັ່ງນີ້
  • ກໍລະນີທີ່ໄດ້ຮັບບາດເຈັບຍ້ອນອຸບັດຕິເຫດໃນເວລາເຮັດວຽກ
  • ອຸບັດຕິເຫດທີ່ເກີດຂື້ນຍ້ອນໂຄງສ້າງຂອງບໍລິສັດ ຫຼື ກ່ຽວກບັການເຮັວດຽກຢູ່ບໍລິສັດເຖິງວ່າຈະຢູ່ນອກໂມງເຮັດວຽກກໍ່ຕາມ
  • ອຸບັດຕິເຫດໃນຂະນະທີ່ອອກໄປກວດເບິ່ງວຽກຂອງບໍລິສັດ
  • ອຸບັດຕິເຫດທີ່ເກີດຈາກການໃຊ້ລົດທີ່ບໍລິສັດມອບໃຫ້ເພື່ອເຂົ້າໄປເຮັດວຽກ ແລະ ເລີກຈາກວຽກ
  • ອຸບັດຕິເຫດທີ່ເກີດໃນຄະນະທີ່ເຂົ້າຮ່ວມກິດຈະກຳນອກສະຖານທີ່ຂອງບໍລິສັດ
  • ການເປັນພະຍາດທີ່ເກີດຈາກເຮັດວຽກ
    • ພະນັກງານທີ່ໄດ້ຮັບການປືກສາຫາຫຼືຂ້າງເທິງ ເຂົ້າຮ່ວມກິດຈະກຳ ທີ່ບໍລິສັດຈັດແລ້ວ ແລະ ອຸບັດຕິເຫດຈາກນັ້ນ ຈຶ່ງໄດ້ຮັບການຊົດເຊີຍທີ່ຈັດຢູ່ໃນອຸປະຕິເຫດໃນເວລາເຮັດວຽກ

ນາຍຈ້າງຫຼືບໍລິສັດບໍ່ຮູ້ເຖິງການບາດເຈັບຍ້ອນການເຮັດວຽກຂອງຂ້ອຍ ຂ້າພະເຈົ້າຍັງມີເງິນເພື່ອຮັບຄ່າຊົດເຊີຍບໍ່?

ປະກັນໄພຊັນແຈເປັນບັງຄັບໃຊ້ສຳລັບທຸກບໍລິສັດມີພະນັກງານຫຼາຍກ່ວາ 1ຄົນ ແລະກໍ່ຖ້າມີອຸບັດຕິເຫດທາງອຸສາຫະກຳ ນາຍຈ້າງຕ້ອງຮ່ວມມືການໃຊ້ປະກັນ ຊັນແຈ ໃນກໍລະນີນາຍຈ້າງປະຕິເສດການໃຊ້ຮັບປະກັນຊັນແຈ ທ່ານສາມາດສົ່ງຄຳຮ້ອງຂໍເງິນປະກັນຊັນແຈຢູ່ໜ່ວຍງານສະວັດດີການແຮງງານ ດັ່ງນັ້ນໜ່ວຍງານຈະກວດເບິ່ງແລະຈັດການງານ

ໃນກໍລະນີຮັບບາດເຈັບໃນສະຖານທີ່ທີ່ບໍ່ໄດ້ນຳໃຊ້ປະກັນຊັນແຈ ພອກເຮົາຄວນເຮັດແນວໃດ?

ສາມາດໄດ້ຮັບປະໂຫຍດ. ຖ້ານາຍຈ້າງບໍ່ໄດ້ເຮັດປະກັນໄພຊັນແຈ ພິຈາລະນາວ່າລາວບໍ່ໄດ້ເຮັດໜ້າທີ່ອັນເຕັມທີ່ຂອງລາວ ພະນັກງານບໍ່ຄວນມີຄວາມຮັບຜິດຊອບໃດ ແລະຖ້າຜູ້ສະໝັກ(ນາຍຈ້າງ) ບໍ່ໄດ້ຈ່າຍຄ່າປະກັນໄພ ຖ້າພະນັກງານໄດ້ຮັບບາດເຈັບໃນການເຮັດວຽກ ຈະສາມາດໄດ້ຮັບການຊົດເຊີຍ

ຄັ້ງກ່ອນ ຂ້າພະເຈົ້າເປັນແຮງງານຕ່າງປະເທດທີ່ເຂົ້າມາໃນປະເທດທີ່ຜິດກົດໝາຍ ແລະໄດ້ຮັບບາດເຈັບຍ້ອນການເຮັດວຽກ. ນາຍຈ້າງດັ່ງນັ້ນຈຶ່ງບໍ່ໃຫ້ຂ້ອຍມີ ຜົນປະໂຫຍດທີ່ຂ້ອຍຄວນໄດ້ຮັບ ໃນກໍລະນີຂ້ອຍຍັງມີສິດທີ່ຈະໄດ້ຮັບຜົນປະໂຫຍດຈາກປະກັບໄພຫຼືບໍ່?

ຖ້າໄລຍະເວລາບໍ່ໝົດເວລາ 3ປີນັບຕັ້ງແຕ່ການເກີດອຸບາດຕິເຫດທາງ ອຸດສາຫະກໍາດັ່ງກ່າວ ແລະທ່ານຕ້ອງໄດ້ຮັບການປິ່ນປົວທາງດ້ານການປິ່ນປົວຫຼາຍກ່ວາ 4ມື້. ທ່ານຍັງມີສິດທິ່ຈະໄດ້ຮັບຄ່າຊົດເຊີຍຈາກອຸບັດຕິເຫດໂດຍບໍ່ວ່າທ່ານເປັນພະນັກງານທີ່ຜິດກົດໝາຍຫຼືບໍ່

ໄດ້ຮັບບາດເຈັບຈາກອຸບັດຕິເຫດທາງອຸດສາຫະກຳແລະກຳລັງຮັບການຮັກສາທາງການແພດ ຈຶ່ງບໍ່ສາມາດເຮັດວຽກໜຶ່ງອາທິດແລ້ວ ໃນຊ່ວງໄລຍະການປິ່ນປົວ ມີການຊົດເຊີຍເທົ່າໃດ?

ຖ້າມີບາດເຈັບຫຼືປ່ວຍຍ້ອນວຽກ ເຊິ່ງຕ້ອງການປິ່ນປົວທາງການແຜດໃນໂຮງໝໍຫຼາຍກວ່າ 4ມື້, ສາມາດສະໝັກໄດ້ສຳລັບການຊົດເຊີຍຢຸດງານຊົ່ວຄາວ ຄ່າຊົດເຊີຍແມ່ນ 70%ຂອງຄ່າຈ້າງສະເລ່ຍ ໂດຍອີງຕາມຈໍານວນວັນທີ່ບໍ່ສາມາດເຮັດວຽກໄດ້ ຍ້ອນການປິ່ນປົວທາງການແຜດ

ໄດ້ຮັບບາດເຈັບ ຕ້ອງກັບຄືນໄປປະເທດບໍ່?

ໃນກໍລະນີທີ່ແຮງງານຕ່າງປະເທດໄດ້ຮັບບາດເຈັບຍ້ອນການເຮັດວຽກ ຈຶ່ງບໍ່ສາມາດສືບຕໍ່ເຮັດວຽກໄດ້ອີກຕໍ່ໄປ, ປ່ຽນວີຊ່າ G-1 ເພື່ອອາໄສຢູ່ໃນເກົາຫຼືໃນເວລາການປີ່ນປົວຮັກສາ ແລະສາມາດຢູ່ໃນເກົາຫຼືໄດ້

※ ອະນຸຍາດໃຫ້ປ່ຽນເວລາທີ່ພັກອາໄສ
  • ໃບສະໝັກໃນກໍລະນິເກີດອຸບັດຕິເຮັດທາງອຸດສາຫະກໍາ
    • ໃບຢັ້ງຢືນການເກີດອຸບັດຕິເຫດທາງອຸດສາຫະກໍາ
    • ໃບຢັ້ງຢືນການຮັບປິ່ນປົວຮັກສາ
    • ໃບຢັ້ງຢືນສ່ວນບຸກຄົນ(ຍົກເວັ້ນຄົນທີ່ໄດ້ຮັບບາດເຈັບໃນວຽກ)
  • ໃບຢືນຢັນຄວາມສໍາພັນການຄອບຄົວເອກະສານອື່ນໆທີ່ຢືນຢັນການສະແດງ ຄວາມຕ້ອງການປ່ຽນວີຊ່າ

ໂຮງງານທີ່ຂ້າພະເຈົ້າມີແຮງງານຕ່າງປະເທດ 3ຄົນ. ໃນເວລາເຮັດວຽກມີຜິດກັນໃນລະຫວ່າງເພື່ອນຮ່ວມງານ ແລະໜື່ງຄົນໄດ້ຮັບບາດເຈບ ຈຶ່ງກໍາລັງຮັບປີ່ນປົວຮັກສາໃນໂຮງໝໍ ກໍລະນີໄດ້ຮັບ ຊົດເຊີຍການອຸບັດຕິເຫດທາງອຸດສາຫະກຳບໍ່?

ໜ້າທໍາອິດ, ຕ້ອງພິຈາລະນາເຫດຜົນຂອງເຫດການ, ບໍ່ວ່າເຫດການແມ່ນ ກ່ຽວຂ້ອງກັບການເຮັດວຽກຫຼືບໍ່. ໃນກໍລະນີທີ່ເພື່ອນຮ່ວມງານໃຊ້ຄວາມຮຸນແຮງ ເພື່ອເຮັດໃຫ້ເກີດການບາດເຈັບ ແລະຖ້າວ່ານ້ນກ່ຽວຂ້ອງກັບການເຮັດວຽກ ພິຈາລະນາເປັນອຸບັດຕິເຫດການເຮັດວຽກ ແຕ່ຖ້າສາຍພົວພັນລະຫວ່າງກຸ່ມແມ່ນ ຮ້າຍແຮງ, ການບາດເຈັບ ບໍ່ສາມາດຖືວ່າເປັນອຸບັດຕິເຫດທາງອຸດສາຫະກໍາ

ຂ້ອຍຢາກໄດ້ຮັບການປີ່ນປົວໃນປະເທດຂອງຂ້ອຍ ຂ້ອຍຄວນເຮັດແນວໃດ?

ທ່ານສາມາກັບປະເທດຫຼັງຈາກໄດ້ຮັບຜົນປະໂຫຍດການຮ້ອງຂໍຂອງທ່ານ ຄວນຈະຮຽກຮ້ອງໃນອະນາຄົດເຊັ່ນ: ຄ່າຊົດເຊີຍການປີ່ນປົວ, ຄ່າຊົດເຊີຍການຢຸດງານຊົ່ວຄາວ, ຄ່າຊົດເຊີຍການພິການ