SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ການປ່ຽນບ່ອນເຮັດວຽກ

ການປ່ຽນບ່ອນເຮັດວຽກ

ສັນຍາແລະເງິນເດືອນທີ່ຈິງບໍ່ກົງກັນ ຈ່າຍໜ້ອຍກວ່າສັນຍາ ໄດ້ຮັບເງິນເດືອນທີ່ຍັງຄ້າງຄາແລະຢາກຍ້າຍໄປເຮັດວຽກ, ຂ້ອຍຄວນເຮັດແນວໃດ?

ເຖິງແມ່ນວ່ານາຍຈ້າງໄດ້ຈ່າຍເງິນເດືອນ ຕ້ອງເບິ່ງເຫດຜົນ, ແຕ່ຖ້າເຫດຜົນພຽງພໍສາມາດຖືກຍ້າຍ

  • 1) ບໍ່ຈ່າຍ ຫຼື ຊໍາລະຄ່າຈ້າງຊ້າ ຫຼາຍກ່ວາ 30% ຂອງຄ່າຈ້າງ 2ເດືອນ ຂື້ນໄປ ກ່ອນມືລົງທະບຽນປ່ຽນສະຖານທີເຮັດວຽກພາຍໃນ 1ປີ
  • 2) ຊໍາລະຄ່າຈ້າງຊ້າຫຼາຍກວ່າ 1ເດືອນຂື້ນໄປໃນໄລຍະເວລາເຮັດວຽກຂອງ 6ເດືອນ
  • 3) ຊຳລະຄ່າຈ້າງຊ້າຫຼາຍກ່ວາ 30% ຂອງຄ່າຈ້າງ 3ເດືອນຂື້ນໄປ ກ່ອນມືລົງທະບຽນປ່ຽນສະຖານທີເຮັດວຽກພາຍໃນ 1ປີ
  • 4) ກໍລະນິການຫຼຸດເວລາເຮັດວຽກ ຫຼື ຄ່າຈ້າງຫຼາຍກວ່າ 20% ຈາກເງື່ອນໄຂການຈ້າງງານທີ່ເຄີຍປະຕິບັດແລ້ວ
  • 5) ເນື່ອງຈາກວ່າໃນຄໍາຖະແຫຼງທີ່ກ່າວຂ້າງຕົ້ນ, ຖ້າວ່າບໍ່ມີຄວາມພໍໃຈກັບຄ້າງຈ່າຍຄ່າຈ້າງໜ້ອຍທີ່ຮຽກຮ້ອງໃຫ້ຍື່ນຄຳຮ້ອງຢູ່ກະຊວງແຮງງານ ຈະຖືກຍອມຮັບການເຫດຜົນທີ່ສາມາດປ່ຽນບ່ອນເຮັດວຽກ ດັ່ງນັ້ນພະນັກງານສາມາດຍື່ນໃບສະໝັກການປ່ຽນສະຖານທີ່ເຮັດວຽກຢູ່ສູນຈ້າງງານໂດຍບໍ່ຕ້ອງຮັບອະນຸຍາດຈາກນາຍຈ້າງ

ດັ່ງນັ້ນສໍາລັບຮັບຄ່າຈ້າງທີ່ຍັງບໍ່ໄດ້ຮັບຈາກນາຍຈ້າງ ປະຕິບັດການຄຸມຄອງສິດທິ ດ້ວຍຍື້ນຄຳຮ້ອງຢູ່ພະແນກການຕິດຕາມກວດກາແຮງງານ

ຂ້າພະເຈົ້າເຮັດວຽກຢູ່ພາກອຸດສາຫະກຳອະໄຫລ່ ແຕ່ວ່າມັນແມ່ນຂະຫນາດນ້ອຍທີ່ຖືກເຮັດຊໍ້າທຸກຄັ້ງ. ຕ້ອງການຍ້າຍບໍລິສັດ ຂ້ອຍຄວນຈະເຮັດແນວໃດ?

ກໍລະນີລູກຈ້າງມີສະພາບຮ່າງກາຍທີ່ບໍ່ສາມາດເຮັດວຽກໃນສະຖານປະກອບ

ການນັ້ນໄດ້ ແຕ່ສາມາດເຮັດວຽກໃນຮູບແບບອື່ນໄດ້ ຈະຖຶກຍອມຮັບການເຫດຜົນ ທີ່ສາມາດປ່ຽນບ່ອນເຮັດວຽກ

ນາຍຈ້າງຕ້ອງຂຽນໃນໃບແຈ້ງຄວາມການປ່ຽນງານກ່ຽວກັບການພະຍາດ ແລະ ຕິດໃບຢັ້ງຢືນການກວດສອບພະຍາດສາມາດລົງທະບຽນການປ່ຽນບ່ອນເຮັດວຽກໄດ້

ບໍລິສັດທີ່ຂ້າພະເຈົ້າເຮັດວຽກຢູ່ໃນປັດຈຸບັນແມ່ນປິດກິດຈະການແລ້ວ ແລະບໍ່ສາມາດຕິດຕໍ່ກັບນາຍຈ້າງໄດ້ ຕ້ອງການຍ້າຍບໍລິສັດຂ້ອຍຄວນ ຈະເຮັດແນວໃດ?

ປິກດິດຈະການຊົ່ວຄາວ, ການລົ້ມລະລາຍແມ່ນເຫດພົນທີ່ປ່ຽນບ່ອນເຮັດວຽກ

ໃນກໍລະນີນາຍຈ້າງບໍ່ແຈ້ງການລົ້ມລະລາຍແລະບໍ່ສາມາດຕິດຕໍ່ກັບນາຍຈ້າງ ຂໍໃຫ້ພະນັກງານເກົາຫຼີທີ່ໄດ້ເຮັດວຽກຮ່ວມກັນຢືນຢັນການລົມລະລາຍຂອງບໍລິສັດ ແລະ ຍື່ນໃບສະໝັກການປ່ຽນບ່ອນເຮັດວຽກກັບໃບຢື້ນຢັນການລົ້ມລະລາຍ ໃນສູນຈ້າງງານ ຫຼັງຈາກນັ້ນທ່ານສາມາດປ່ຽນບ່ອນເຮັດວຽກດ້ວຍຮັບ ອະນຸຍາດຂອງພະນັກງານລັດ(ຖ້າບໍ່ມີແຮງງານເກົາຫຼີສາມາດໃຫ້ຢື້ນຢັນພຽງແຕ່ຍື່ນໃບສະໝັກການປ່ຽນບ່ອນເຮັດວຽກ)

ນາຍຈ້າງໄດ້ຍົກເລີກສັນຍາ ຂ້ອຍຄວນເຮັດແນວໃດ?

ແຮງງານຕ່າງປະເທດທີ່ສິ້ນສຸດລົງສັນຍາກັບນາຍຈ້າງ ຕ້ອງຍື່ນໃບສະໝັກການ ປ່ຽນບ່ອນເຮັດວຽກໃນສູນຈ້າງງານ ພາຍໃນ 1 ເດືອນນັບແຕ່ວັນທີ່ສິ້ນສຸດສັນຍາ

ສູນຈ້າງງານຈະອອກໃບສະໝັກວຽກ ແລະ ຈະແນະນຳໃຫ້ບໍລິສັດໃໝ່ທີ່ກຳລັງຊອກຫາ ແຮງງານ ແລະ ຖ້ານາຍຈ້າງໃໝ່ແລະພະນັກງາານຕົກລົງເຫັນດີກັບສັນຍາການຈ້າງ ງານ ຂໍໃບສະໝັກການຮັບອະນຸຍາດການປ່ຽນບ່ອນເຮັດວຽກຢູ່ກະຊວງແຮງງານ ແລະສາມາດປ່ຽນບ່ອນເຮັດວຽກ ຫຼັງຍື່ນໃບສະໝັກການຮັບອະນຸຍາດການ ປ່ຽນບ່ອນເຮັດວຽກ, ໃບສັນຍາມາດຕາຖານແຮງງານ, ສຳເນົາໜັງສືລົງທະບຽນທຸລະດິກ ຢູ່ດ່ານກວດຄົນເຂົ້າເມືອງ

※ ກໍລະນີຖ້າບໍ່ຂໍປ່ຽນບ່ອນເຮັດວຽກພາຍໃນ 1ເດືອນ ຫຼັງຈາກສິ້ນສຸດລົງສັນຍາ ຫຼື ບໍ່ສາມາດຮັບອະນຸຍາດການປ່ຽນບ່ອນເຮັດວຽກຕາມກົດໝາຍການກວດຄົນເຂົ້າເມືອງພາຍໃນ 3ເດືອນນັ້ບແຕ່ມື້ລົງທະບຽນປ່ຽນບ່ອນເຮັດວຽກ ແຮງງານຕ່າງປະເທດຕ້ອງກັບປະເທດ

ນາຍຈ້າງເຮົາມີໂຮງງານຢູ່ອຸຍຈຽງບູກັບໂພຊອນ ຄັ້ງທຳອິດຂ້າພະເຈົ້າເຮັດວຽກຢູ່ອຸຍຈຽງບູ ແຕ່ບໍ່ມີວຽກສະນັ້ນມາຢູ່ໂຮງງານໂພຊອນ ກໍລະນີບໍ່ມີບັນຫາບໍ່?

ບັນຫາຂ້າງເທິງນີ້ແມ່ນວ່າສຳລັບແຮງງານເກົາຫຼີບໍ່ມີບັນຫາຫຍັງ ແຕ່ແຮງງານຕ່າງປະເທດທີ່ເຂົ້າປະເທດໃນລະບົບອະນຸຍາກການຈ້າງງານສາມາດຮັບຜົນເສຍ ເຖິງແມ່ນວ່ານາຍຈ້າງດຽວກັນ ສອງໂຮງງານແມ່ນບໍລິສັດຕ່າງກັນ ແລະ ບໍ່ສາມາດປ່ຽນສະຖານປະກອບການ ເຖິງນາຍຈ້າງມີບໍລິສັດຫຼາຍອັນແຕ່ກໍ່ຍັງບໍ່ສາມາດອະນຸຍາດໃຫ້ແຮງງານຕ່າງປະເທດຍ້າຍໄດ້ ແຕ່ຖ້າແຮງງານຕ່າງປະເທດຕ້ອງການຍ້າຍອອກ ຕ້ອງຮັບອະນຸຍາດຈາກນາຍຈ້າງກ່ອນຈະຍ້າຍ

ແຮງງານຕ່າງປະເທດສາມາດປ່ຽນວຽກລະຫວ່າງປະເພດອຸດສາຫະກຳໄດ້ບໍ່?

ແຮງງານຕ່າງປະເທດທີ່ເຂົ້າມາປະເທດພາຍໃຕ້ລະບົບອະນຸຍາດການຈ້າງງານບໍ່ ສາມາດປ່ຽນປະເພດອຸດສາຫະກຳໄດ້. ແຕ່ໃນກໍລະນີທີ່ແຮງງານຕ່າງປະເທດຂອງອຸດສະຫະກຳການຜະລິດມີຄວາມປາດຖະໜາຢາກປ່ຽນໄປເຮັດວຽກຫາປາຫຼືກະສິກຳ ສາມາດຍ້າຍໄດ້ ດັ່ງກ່າວ ພຽງແຕ່ແຮງງານຕ່າງປະເທດທີ່ລົງທະບຽນຊອກຫາວຽກໃໝ່ ສາມາດຂໍປ່ຽນປະເພດອຸດສະຫະກຳໄດ້