SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ປະກັນໄພ

ປະກັນແຮງງານຕ່າງປະເທດ

ການຮັບ ແລະ ການສະໝັກຂໍເງິນປະກັນກັບຄືນປະເທດ ຕ້ອງເຮັດແນວໃດ?

ໃນກໍລະນິແຮງງານຕ່າງປະເທດເຮັດວຽກ 1ປີຂຶ້ນໄປແລະກັບຄືນປະເທດຍ້ອນ ການໝົດອາຍຸຫຼືເຫດຜົນໃດກໍ່ຕາມ ສາມາດຂໍເງິນປະກັນຄົບກຳນົດກັບຄືນ ປະເທດຢູ່ບໍລິສັດປະກັນໄພຊໍາຊຸງຮວາແຈໄດ້

ຕ້ອງເລືອກວິທິການຮັບເງິນປະກັນໄພຢູ່ໃນໃບສະໝັກເງິນປະກັນໄພດັ່ງລູ່ມນີ້:

  • 1. ຝາກເງິນເຂົ້າບັນຊີຂອງທ່ານ: ບັນຊີຂອງທ່ານຢູ່ປະເທດລາວ
  • 2. ຝາກເງິນເຂົ້າບັນຊີທະນາຄານປະເທດຂອງທ່ານ
  • 3. ໂອນເງິນໂດຍກົງໄປທະນຳຄານໃນປະເທດລາວ ໂດຍຜ່ານທະນາຄານຂອງເກົາຫຼີ
  • 4. ຮັບເງິນຢູ່ສະໜາມບິນ: ຜ່ານດ່ານກວດຄົນເຂົ້າເມືອງແລ້ວຮັບຄ່າປະກັນ ຢູ່ບ່ອນແລກປ່ຽນເງິນ

ຂ້ອຍມີວິຊາ E-9 ແລະເຮັດວຽກຢູ່ໂຮງງານດຽວເປັນເວລາ 2ປີ ແຕ່ໂຮງງານເລີ່ມມີ ຄວາມຫຍຸ້ງຍາກຫຼາຍຂື້ນ ແລະ ບໍ່ໄດ້ຈ່າຍ ເງິນເດືອນ ດັ່ງນັ້ນຂ້ອຍຈື່ງໄດ້ຕັດສິນໃຈ ອອກມາເປັນແຮງງານຜິດກົດໝາຍ ແລະ ຂ້ອຍໄດ້ຍິນວ່ານາຍຈ້າງໄດ້ເຮັດປະກັນໄພ ຄົບກຳນົດກັບຄືນປະເທດໃຫ້ ຂ້ອຍສາມາດໄດ້ຮັບເງິນປະກັນໄພດັ່ງກ່າວນັ້ນບໍ່?

ກໍລະນີບໍລິສັດທີ່ຈ້າງແຮງງານຕ່າງປະເທດທີ່ຍັງເຫລືອໄລຍະເວລາອາໃສຢູ່ ເກົາຫຼີ 1ປີຂື້ນໄປ ຕ້ອງເຮັດ ປະກັນໄພຄົບກຳນົດກັບຄືນປະເທດ ແທນເງິນເທຈິກຄືມ ຕາມກົດໝາຍມາດຕະຖານແຮງງານ

ກໍລະນີທີ່ເຮັດວຽກຫຼາຍກ່ວາ 1ປີ ຂື້ນໄປ ແລະ ອອກຈາກບໍລິສັດ ແລະ ໄດ້ລົງທະບຽນປະກັນໄພກ່ອນວັນທີ່ 30 ເດືອນ ກໍລະກົດ ປີ 2014, ເງິນປະກັນໄພດັ່ງກ່າວຈະຢູ່ໃນການຄອບຄອງຂອງນາຍຈ້າງ

ແຕ່ວ່ານີ້ແມ່ນກົດໝາຍທີ່ອີງຕາມລະບົບທີ່ກ່ຽວຂ້ອງກັບການຈ້າງແຮງງານຕ່າງປະເທດ, ເຖິງແມ່ນວ່າຈະອອກຈາກບ່ອນເຮັດວຽກພາຍຫຼັງເຮັດວຽກໄດ້ 1ປີຂື້ນໄປແລ້ວ ກໍ່ຕາມທ່ານສາມາດຮ້ອງຂໍເງິນເທຈິກຄືມ ຈາກນາຍຈ້າງໄດ້ຕາມກົດໝາຍມາດຕະ ຖານແຮງງານ

ນາຍຈ້າງ ແລະ ຂ້ອຍໄດ້ຕົດລົງເຫັນດີທີ່ຈະສະໝັກປະກັນຄົບກຳນົດກັບຄືນປະເທດ ຫຼັງຈາກນັ້ນໄດ້ກັບຄືນປະເທດຍ້ອນການຖືພາ ແຕ່ຍັງບໍ່ສາມາດໄດ້ຮັບເງິນປະກັນໄພ ກໍລະນີເຮັດແນວໃດ?

ກ່ຽວກັບເງິນປະກັນຄົບກຳນົດກັບຄືນປະເທດ ກໍລະນີ ບໍ່ຮັບຢູ່ສະໜາມບິນ ແຕ່ ສະເໜີໃຫ້ໂອນໄປປະເທດຂອງຕົນໃຫ້ ຕ້ອງຜ່ານການກວດສອບການກັບຄືນປະເທດ ຈາກບໍລິສັດປະກັນໄພຊຳຊຸງຮວາເຈກ່ອນແລ້ວຈຶ່ງສາມາດຈ່າຍເງິນປະກັນໄພດັ່ງກ່າວໃຫ້ໄດ້. ແຕ່ກໍລະນີທີ່ບໍ່ສົ່ງບັດຕ່າງດ້າວຢູ່ສະໜາມບິນໃນເວລາກັບຄືນປະເທດ ເຊີ່ງບໍ່ສາມາດກວດສອບໄດ້ ກໍລະນີກ່າວນີ້ ທ່ານຕ້ອງສົ່ງສຳເນົາໜັງສືຜ່ານແດນທີ່ມີ ກາຈໍ້າອອກນອກກັບຄືນປະເທດແລ້ວ ແຟັກໃຫ້ບໍລິສັດປະກັນໄພຊຳຊຸງຮວາແຈ ຫຼັງຈາກນັ້ນທ່ານຈະສາມາດຮັບເງິນປະກັນໄພດັ່ງກ່າວ

ການສະໝັກ ແລະ ຮັບເງິນປະກັນການຮັບຮອງການຄ້າງຈ່າຍຄ່າຈ້າງ ຕ້ອງເຮັດແນວໃດ?

ກໍລະນີທີ່ແຮງງານຕ່າງປະເທດບໍ່ໄດ້ຮັບຄ່າຈ້າງການນາຍຈ້າງ ທ່ານສາມາດແຈ້ງຄວາມຈິງການຄ້າງຈ່າຍຄ່າຈ້າງຕໍ່ກັບພະແນກຮັບຜິດຊອບແຮງງານ ຂອງກະຊວງແຮງງານ ຫຼັງຈາກຜ່ານການກວດສອບແລ້ວ ທ່ານຈຶ່ງສາມາດສະໝັກຂໍເງິນປະກັນກັບບໍລິສັດປະກັນໄພຊຳຊຸງຮວາແຈໄດ້.

ກໍລະນີ ສັນຍາແຮງງານຖືກຍົກເລີກດ້ວຍເຫດຜົນອື່ນທີ່ບໍ່ແມ່ນການຄ້າງຈ່າຍຄ່າຈ້າງງານ ໃນໄລຍະເວລາທີ່ມີປະກັນໄພຢູ່ເຊັ່ນ: ການອອກຈາກບໍລິສັດ, ການກັບຄືນປະເທດ, ການເສຍຊີວິດ ແລະ ອື່່ນໆ. ນາຍຈ້າງຈະໄດ້ຮັບເງິນປະກັນຄືນໃນບັນດາເງິນປະກັນທີ່ ໄດ້ຈ່າຍໃຫ້ກັບບໍລິສັດປະກັນ (ບໍລິສັດປະກັນການຄໍ້າປະກັນເຊອູນ) ທີ່ຍັງມີໄລຍະເວລາການສັນຍາຈ້າງງານ

ການຮັບ ແລະ ການສະໝັກຂໍເງິນປະກັນຄ່າໃຊ້ຈ່າຍໃນການເດີນທາງກັບປະເທດຈະ ຕ້ອງເຮັດແນວໃດ?

ແຮງງານຕ່າງປະເທດສາມາດສະໝັກຮັບເງິນປະກັນໃນກໍລະນີໝົດອາຍຸ, ເຫັດຜົນສ່ວນຕົວ(ຍົດເວັ້ນກັບປະເທດຊົ່ວຄາວ), ກັບຄືນປະເທດ ໂດຍສະມັກໃຈ, ການບັງຄັງໃຫ້ອອກປະເທດ

ແຮງງານຕ່າງປະເທດຕ້ອງແຈ້ງກຳນົດການເດີນທາງກັບຄືນປະເທດຢູ່ສູນຈ້າງງານທີ່ໃກ້ຄຽງ ຫຼັງຈາການັ້ນກໍ່ປະກອບຟອມໃບສະໝັກຂໍເງິນປະກັນ ແລະ ໃບຢັ້ງຢືນກຳນົດ ການກັບຄືນປະເທດແລ້ວ ຈື່ງສະເໜີຂໍເງິນປະກັນກັບບໍລິສັດປະກັນໄພຊຳຊຸງຮວາແຈ.

※ ເອກະສານການແຈ້ງກກຳນົດການກັບຄືນປະເທດ : ໃບແຈ້ງກຳນົດການ ກັບຄືນປະເທດ 1ສະບັບ, ສໍາເນົາບັດຕ່າງດ້າວ, ສໍາເນົາໜັງສືຜານແດນ, ປີ້ຍົນ ຫຼື ເອກະສານຈອງປີ້ຍົນ
※ ເອກະສານສະໝັດຂໍຮັບເງິນປະກັນ : ໃບສະໝັກຂໍເງິນປະກັນ 1ສະບັບ, ສໍາເນົາປື້ມບັນຊີທະນາຄານຂອງທ່ານ 1ສະບັບ, ເອກະສານຢັ້ງຢືນຕົວເອງ (ສຳເນົາໜັງສືຜ່ານແດນ ຫຼື ບັດຕ່າງດ້າວ) 1ສະບັບ, ໃບຢັ້ງຢືນກຳນົດການກັບປະເທດ 1ສະບັບ
※ ບໍລິສັດປະກັນໄພຊໍາຊຸງຮວາແຈ ໂທ 02-2261-8400 ແຝັກ 0505-161-1420, 1421

ຖ້າມີອຸບັດຕິເຫດບໍ່ຮ້າຍແຮງ ແຕ່ເຂົ້າໂຮງໝໍ ຫຼື ໄດ້ຮັບການປີ່ນປົວ, ຂ້ອຍສາມາດ ໄດ້ຮັບເງິນປະກັນການເກີດອຸປະຕິເຫດບໍ່?

ກໍລະນີໄດ້ຮັບບາດເຈັບທີ່ບໍ່ຮ້າຍແຮງ ແລະ ເຂົ້າໂຮງໝໍ ປະກັນໄພຈະບໍ່ຈ່າຍເງິນປະກັນໃຫ້, ແຕ່ໃນກໍລະນີເກີດອຸປະຕິເຫດນອກຈາກໃນລະຫວ່າງເຮັດວຽກຈົນເຮັດໃຫ້ພິການ ແບບຖານວອນ ຫຼື ເສຍຊີວິດເທົ່ານັ້ນປະກັນໄພຈື່ງຈະຈ່າຍເງິນຊົດເຊີຍໃຫ້.

ຂ້ອຍມີວີຊາ E-9 ແລະ ເຮັດວຽກຢູ່ບໍລິສັດ, ແຕ່ບໍລິສັດບໍ່ລົງທະບຽນປະກັນ ສຸຂະພາບໃຫ້ກັບແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ນີ້. ກໍລະນີນີ້ ຂ້ອຍສາມາດສະໝັກປະກັນໄພໄດ້ບໍ່?

ກໍລະນີແຮງງານຕ່າງປະເທດທີ່ມີວີຊາ E-9 ເຮັດວຽກ, ເປັນພັນທະຂອງບໍລິສັດທີ່ຕ້ອງໄດ້ລົງທະບຽນປະກັນສຸຂະພາບໃຫ້ພະນັກງານ ແລະ ສາມາດໄດ້ຮັບຜົນປະໂຫຍດຈາກປະກັນສຸຂະພາບ. ຖ້າຍັງບໍ່ລົງທະບຽນປະກັນສຸຂະພາບຕ້ອງສະເໜີໃຫ້ນາຍຈ້າງເຮັດປະກັນສຸຂະພາບໃຫ້. ກໍລະນີທີ່ຍັບໍ່ທັນລົງທະບຽນປະກັນສຸຂະພາບ ແລະ ມີຄ່າປີ່ນປົວສູງ, ແຕ່ຫຼັງຈາກທີ່ລົງທະບຽນປະກັນສຸຂະພາບແລ້ວ ກໍ່ສາມາດໄດ້ຮັບເງິນດັ່ງກ່າວຄືນ. ※ແຮງງານຕ່າງປະເທດທີ່ເຂົ້າປະເທດໂດຍຜ່ານທາງລະບົບອານຸຍາດການຈ້າງງານສາມາດຂໍໃຫ້ຍົກເວັ້ນປະກັນໄພການດູແລຜູ້ສູງອາຍຸໄດ້ ໃນກໍລະນີທີ່ບໍ່ຕ້ອງການ.

※ ແຮງງານຕ່າງປະເທດສາມາດຂໍຮັບການຍົກເວັ້ນການປະກັນໄພໄລຍະຍາວສຳລັບຜູ້ສູງອາຍຸໄດ້

ຂ້ອຍແມ່ນແຮງງານຕ່າງປະເທດທີ່ເຮັດວຽກຢູໂຮງງານເຟີນີເຈີແຫ່ງໜື່ງ ຂ້ອຍໄດ້ຮັບບິນເງິນເດືອນໃນເດືອນນີ້ ແລະເຫັນຫົວຂໍ້ທີ່ວ່າ 국민연금 ນີ້ແມ່ນຫຍັງ? ບໍ່ຮູ້ວ່າໃນເວລາກັບຄືນປະເທດຈະສາມາດໄດ້ຮັບເງິນນັ້ນຄືນບໍ່?

ເງິນບຳນານແຫ່ງຊາດ(국민연금)ສຳລັບຄົນຕ່າງປະເທດແລ້ວ ອີງຕາມຂໍ້ຕົກລົງເຊີ່ງກັນແລະກັນແມ່ນບັງຄັບໃຊ້ກັບແຮງງານຕ່າງປະເທດເທົ່ານັ້ນ. ສຳລັບແຮງງານຕ່າງປະເທດທີ່ໄດ້ຈ່າຍເງິນດັ່ງກ່າວນັ້ນ ເວລາກັບຄືນປະເທດຂອງຕົນເອງຈະໄດ້ຮັບເງິນນທີ່ຫັກຈ່າຍຢູ່ເກົາຫຼຫີນັ້ນຄືນ.

ບາງກໍລະນີ ປະເທດທີ່ບໍ່ບັງຄັບໃຊ້ຕົວຢ່າງ: ແຮງງານປະເທດຫວຽດນາມເພາະວ່າ ຖ້າລົງທະບຽນເງິນບຳນານແຫ່ງຊາດ(국민연금) ຕ້ອງໄດ້ຫັກເງິນ ສະນັ້ນຕ້ອງສະເໜີໃຫ້ທາງບໍລິສັດເພື່ອ ບໍ່ໃຫ້ຫັກເງິນດັ່ງກ່າວ.

※ ຫວຽດນາມ, ມົງໂກນ(ຍົກເວັ້ນການລົງທະບຽນເງິນບຳນານແຫ່ງຊາດ) ຍົກເວັ້ນໃຫ້ການລົງທະບຽນ.
※ ໄທ ສາມາດລົງທະບຽນບຳນານແຫ່ງຊາດ(ເວລາກັບຄືນປະເທດຈະໄດ້ຮັບ ເງິນດັ່ງກ່າວຄືນ)

ໃນບິນເງິນເດືອນຂຽນວ່າຫັກຄ່າປະກັນການຈ້າງງານ ແລະ ປະກັນການຈ້າງງານແມ່ນ ຈຳເປັນຕ້ອງໄດ້ລົງທະບຽນບໍ່?

ກໍລະນີ ຄົນຕ່າງປະເທດ ອີງຕາມສິດໃນການພັກອາໃສແລ້ວແມ່ນ ຈຳເປັນຕ້ອງໄດ້ລົງທະບຽນ ຫຼື ຕ້ອງເລືອກລົງທະບຽນປະກັນການຈ້າງງານ. ແຕ່ໃນກໍລະນີແຮງງານຕ່າງປະເທດ(ຖືວີຊາE-9) ສາມາດລົງທະບຽນ ຫຼື ບໍ່ລົງທະບຽນກໍ່ໄດ້ຕາມໃຈ

ປະຈຸບັນຂ້ອຍກຳລັງຊອກຫາວຽກທີ່ມີວີຊາ E-9 ແລະ ບໍ່ມີລາຍໄດ້. ຂ້ອຍຍັງຕ້ອງຈ່າຍຄ່າປະກັນໄພບໍ?

ການປະກັນສຸຂະພາບແມ່ນລະບົບປະກັນສັງຄົມທີ່ດຳເນີນການກັບຄ່າປະກັນໄພທີ່ຜູ້ສະໝັກຈ່າຍ. ສະນັ້ນ, ທ່ານຕ້ອງຈ່າຍຄ່າງວດປະກັນໄພຕາມລະບົບຄິດຄ່າທຳນຽມສຳລັບຜູ້ສະໝັກທ້ອງຖິ່ນ. ຖ້າທ່ານບໍ່ຈ່າຍ, ມັນອາດຈະມີຂໍ້ເສຍປຽບເຊັ່ນ: ການຈຳກັດເງິນຊ່ວຍເຫຼືອປະກັນໄພ, ຂໍ້ຈຳກັດຕໍ່ໃບອະນຸຍາດພັກເຊົາຕ່າງໆເຊັ່ນ: ການຕໍ່ອາຍຸວີຊາ, ຄ່າບໍລິການຊັກຊ້າ, ແລະ ການເກັບຄ່າບັງຄັບ. (ຈາກບັນຊີທະນາຄານ, ແລະອື່ນໆ).

* ໃນກໍລະນີຜູ້ທີ່ໄດ້ເຂົ້າມາປະກັນສຸຂະພາບລົງທະບຽນທາງບໍລິສັດຫຼາຍກວ່າ 1ປີແລ້ວ ແລະ ອອກບໍລິສັດ(ສະໝັກພາຍໃນ2ເດືອນ) ສາມາດສະໝັກ’ການລະບົບການຕໍ່ດ້ວຍສະໝັກໃຈ’ ທີ່ໄດ້ຈ່າຍຄ່າປະກັນສຸຂະພາບລົງທະບຽນທາງບໍລິສັດ

※ ລະບົບການຕໍ່ດ້ວຍສະໝັກໃຈ
    • ສິດທີ່ໄດ້ຮັບການສະໝັກ: ຜູ້ທີ່ໄດ້ເຂົ້າມາປະກັນສຸຂະພາບລົງທະບຽນທາງບໍລິສັດຫຼາຍກວ່າ
    • 1ປີແລ້ວ (ບໍ່ກ່ຽວຂ້ອງກັບເຄີຍປ່ຽນບ່ອນເຮັດວຽກ)
    • ໄລຍະເວລາສະໝັ້ກ: 14ວັນຫຼັງຈາກອອກບໍລິສັດ ເຖິງ ພາຍໃນ 2 ເດືອນ
    • ສະຖານທີ່ສະໝັ້ກ: ໜ່ວຍງານປະກັນສຸຂະພາບ
    • ແບບຟອມສະໝັກ: ບັດປະຈຳຕົວ(ບັດຕ່າງປະເທດ)