SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ລະບົບການເຂົ້າປະເທດໃໝ່

ການຕໍ່ສັນຍາ ແລະ ການເຂົ້າປະເທດອີກເທື່ອໜື່ງ

ຂ້ອຍໄດ້ເຮັດສັນຍາ ແລະ ເຮັດວຽກກັບບໍລິສັດໄດ້ 1ປີ. ແຕ່ວ່າໝົດສັນຍາແຮງງານ ແລະ ຂ້ອຍຕ້ອງກັບປະເທດ ຖ້າຂ້ອຍຢາກຈະຕໍ່ສັນຍາ ຂ້ອຍຕ້ອງເຮັດແນວໃດ?

ໃນກໍລະນີຕໍ່ສັນຍາໃໝ່ກັບນາຍຈ້າງ ຕ້ອງເຮັດສັນຍາການຈ້າງງານອີກ ແລະ ນາຍຈ້າງຕ້ອງໄປສູນຈ້າງງານພາຍໃນ 60ມື້ກ່ອນໝົດອາຍຸ ແລະ ຢື່ນໃບສັນຍາແຮງງານເພື່ອຕໍ່ກັບສູນຈ້າງງານ ກະຊວງແຮງງານ. ຫຼັງຕໍ່ໄລຍະເວລາການອະນຸຍາດການຈ້າງງານແລ້ວ ຕ້ອງໄດ້ຮັບອະນຸຍາດ ການພັກອາໃຊຂອງແຮງງານ ຢູ່ຫ້ອງການກວດຄົນເຂົ້າເມືອງ

ຂ້ອຍຍັງເຫຼືອເວລາໃນການພັກເຊົາ 3ເດືອນ. ຖ້າບໍ່ຢາກກັບຄືນປະເທດ ແລະ ຕ້ອງການເຮັດວຽກຢູ່ປະເທດເກົາຫຼີອີກຕໍ່ໄປ ຕ້ອງເຮັດແນວໃດ?

ກໍລະນີນາຍຈ້າງຕ້ອງການຈ້າງງານໃໝ່ບໍ່ຈຳເປັນຕ້ອງກັບຄືນປະເທດ ສາມາດສືບຕໍ່ເຮັດວຽກ 1ປີ 10ເດືອນໄດ້. ຖ້າຕ້ອງການຈະຈາງງານໃໝ່ ຕ້ອງມີໄລຍະເວລາການສັນຍາຫຼາຍກ່ວາ 1ເດືອນ ແລະ ນາຍຈ້າງ ຕ້ອງສະໝັກຢູ່ສູນຈ້າງງານ ຕັ້ງແຕ່ກ່ອນ 90ມື້ ເຖິງ 7ມື້ກ່ອນໝົດອາຍຸ.

ກໍລະນີຈ້າງງານໃໝ່ ຕ້ອງໄປຫ້ອງການກວດຄົນເຂົ້າເມື່ອງ ແລະ ເພື່ອຮັບ ອະນຸຍາດການພັກອາໃຊ ແລະ ຕ້ອງລົງທະບຽນປະກັນອຸບັດຕິເຫດ ໃນຊ່ວງໄລຍະຂອງການຕໍ່ສັນຍາ.

ສຳລັບການກັບເຂົ້າປະເທດໃໝ່ະເພື່ອເຮັດວຽກ ຂອງແຮງງານຕ່າງດ້າວຜູ້ທີ່ດຸໝັ່ນ ແມ່ນສອດຄ່ອງກັບກໍລະນີແນວໃດ?

ກ່ຽວກັບລະບົບການກັບເຂົ້າປະເທດໃໝ່ເພື່ອເຮັດວຽກຂອງແຮງງານຕ່າງດ້າວຜູ້ທີ່ມີຄວາມດຸໝັ່ນ ກໍລະນີທີ່ແຮງງານຕ່າງດ້າວເຮັດວຽກຢູ່ບໍລິສັດດຽວເປັນ ເວລາ4ປີ10ເດືອນໂດຍທີ່ບໍ່ຍ້າຍບ່ອນເຮັດວຽກ ຕາມການສະເໜີຂອງນາຍຈ້າງ ຫຼັງຈາກທີ່ກັບຄືນປະເທດໄດ້ 3ເດືອນແລ້ວ ສາມາດກັບຄືນມາອີກ ແລະ ເຮັດສັນຍາຈ້າງງານກັບບໍລິສັດໄດ້

  • ມີພຽງແຕ່ວຽກອຸດສາຫະກໍາການຜະລິດ ແລະ ມີພະນັກງານບໍ່ເກີນ 100 ຄົນເທົ່ານັ້ນ ທີ່ສາມານໍາໃຊ້ລະບົບນີ້ໄດ້ ສໍາລັບວຽກກະສິກໍາ ແລະ ການປະມົງແມ່ນສາມາດສອບຖາມກັບສູນຈ້າງງານວ່າສາມາດນໍາໃຊ້ລະບົບນີ້ໄດ້ ຫຼື ບໍ່?

ຂ້ອຍເສັງຜ່ານພາສາເກົາຫຼີພິເສດຜ່ານແລ້ວ ຖ້າຂ້ອຍຢາກເຂົ້າປະເທດເກົາຫຼີອີກແລະເຮັດວຽກ ຢູ່ບໍລິສັດເກົ່າອີກ ຕ້ອງເຮັດແນວໃດ?

ຄົນຕ່າງປະເທດທີ່ເສັງຜ່ານພາສາເກົາຫຼີພິເສດ ຖ້າໄລຍະເວລາເຮັດວຽກຫຼາຍກ່ວາ 1ປີ ກ່ອນກັບປະເທດແມ່ນ ສາມາດເຮັດວຽກຢູ່ບໍລິສັດດັ່ງກ່າວໄດ້ອີກ. ຕ້ອງລົງທະບຽນຊອກຫາວຽກໂດຍຜ່ານອົງການຈັດສົ່ງແຮງງານ ຖ້າລົງທະບຽນຊອກຫາວຽກຢູ່ສູນຈັດຫາງານສຳເລັດແລ້ວ ສູນຈັດຫາງານຈະສົ່ງ ຂໍ້ຄວາມທາງໂທລະສັບໃຫ້ນາຍຈ້າງ ແລະ ແຈ້ງໃຫ້ຮູ້ວ່າສາມາດຈ້າງງານກັບຄົນຕ່າງປະເທດນັ້ນໄດ້ ຖ້າໄດ້ຮັບການອະນຸຍາດຈ້າງງານຢູ່ບໍລິສັດເກົ່າແລ້ວແມ່ນໃຫ້ກັບເຂົ້າມາປະເທດເກົາຫຼີ (ພາຍໃນ25ມື້) ແລະ ສາມາດເຮັດວຽກຢູ່ບໍລິສັດດັ່ງກ່າວໄດ້.

ຄວາມແຕກຕ່າງໃນລະຫວ່າງລະບົບການກັບເຂົ້າປະເທດໃໝ່ຂອງແຮງງານຕ່າງປະເທດຜູ້ທີ່ດຸໝັ່ນ ແລະ ລະບົບການກັບເຂົ້າປະເທດດ້ວຍເສັງຜ່ານພາສາເກົາຫຼີພິເສດແມ່ນຫຍັງ?

ລະບົບການເຂົ້າປະເທດໃໝ່ສຳລັບແຮງງານຕ່າງປະເທດຜູ້ທີ່ດຸ່ໝັ່ນເຮັດວຽກ VS ການທົດສອບພາສາເກົາຫຼີ

ປະ​ເພດ ລະບົບ​ການກັບເຂົ້າປະເທດໃໝ່ຂອງແຮງງານຕ່າງປະເທດຜູ້ທີ່ດຸໝັ່ນ ລະບົບ​ການເສັງພາສາເກົາຫຼີພິເສດ
ປະ​ເພດ​ຜູ້​ວ່າ​ຈ້າງ ຜູ້​ຖືກ​ຈ້າງ​ງານ​ທີ່​ມີ​ໄລຍະ​ເວລາ​ການ​ຈ້າງ​ງານສິ້ນ​ສຸດ​ລົງ​ວັນ​ທີ 2 ​ເດືອນ​ ກໍລະກົດ 2012 ​ໂດຍ​ບໍ່​ເຄີຍ​ປ່ຽນ​ສະຖານ​ທີ່​ເຮັດ​ວຽກ( ​ໃນ​ກໍລະນີ​ທີ່​ປ່ຽນ​ສະຖານ​ທີ​ເຮັດ​ວຽກ​ໂດຍ​ບໍ່​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ລູກຈ້າງ​ເຊັ່ນນາຍ​ຈ້າງ​ເລີກ​ກິດຈະການ​ຫາກ​ເຫຼືອ​ສັນຍາຈ້າງ​ກັບ​ນາຍ​ຈ້າງ​​ເດີມ​ເປັນ​ໄລຍະ​ເວລາ1 ຂື້ນ​ໄປ​ລູກຈ້າງ​ສາມາດ​ປ່ຽນ​ສະຖານ​ປະກອບ​ການ​ໄດ້) ຜູ້​ທີ່​ກັບປະ​ເທດ​ໂດຍ​ສະໝັກ​ໃຈ​ພາຍ​ໃຕ້​ໄລຍະ​ເວລາ​ທີ່​ຖືກ​ຈ້າງ​ງານ ( ສະ​ເພາະ​ຜູ້​ກັບປະ​ເທດ​ຫຼັງ​ວັນ​ທີ 1 ​ເດືອນ​ມັງກອນ ປີ​ 2010
ແຮງງງານຕ່າງປະເທດຜູ້ທີເຄີຍພັກເຊົາຢູ່ໃນປະເທດເກົາຫຼີດ້ວຍຖານະວີຊ່າE-9 ຫຼືE-10ລວມແລ້ວໄລຍະເວລານ້ອຍກ່ວາ 5ປີ
ປະເພດທຸລະກິດປະກອບການ ອຸດສາຫະກຳດ້ານປຸກຝັງ, ລ້ຽງສັດ ແລະ ການປະມົງ ຫຼື ການຜະລິດທີມີລູກຈ້າງນ້ອຍກ່ວາ 100 ຄົນ ບໍ່ຈຳກັດ
ການທົດສອບລະດັບພາສາເກົາຫຼີ ໄດ້ຮັບການຍົກເວັ້ນ ຕ້ອງຜ່ານການທົດສອບລະດັບພາສາເກົາຫຼີທີ່ຖືກຈັດການທົດສອບຫຼາຍກວ່າໜື່ງເທື່ອ
ການຝຶກອົບຮົມ ໄດ້ຮັບການຍົກເວັ້ນການອົບຮົມທັງກ່ອນ ແລະ ຫຼັງການເຂົ້າປະເທດ ໄດ້ຮັບການຍົກເວັ້ນການອົບຮົມກ່ອນເຂົ້າປະເທດ
ໄລຍະເວລາການກັບເຂົ້າປະເທດເກົາຫຼີ ຫຼັງຈາກ 1 ເດືອນຕັ້ງແຕ່ວັນທີ່ອອກນອກປະເທດ ຫຼັງຈາກ 6 ເດືອນຕັ້ງແຕ່ວັນທີ່ອອກນອກປະເທດ
ສະຖານປະກອບການທີ່ຈະເຮັດວຽກດ້ວຍ ຕ້ອງເລີ່ມວຽກອິກເທື່ອໜື່ງທີ່ສະຖານປະກອບການເດີມທີ່ເຮັດວຽກກ່ອນກັບປະເທດ(ຫຼັງຈາກນັ້ນ ສາມາດຍ້າຍສະຖານປະກອບການໄດ້ຕາມກົດໝາຍ) ໃນກໍລະນີມີໄລຍະເວລາໃນການເຮັດວຽກກັບສະຖານປະກອບການລ່າສຸດຫຼາຍກ່ວາ 1 ປີຂື້ນໄປກ່ອນກັບປະເທດເປັນໄປໄດ້ທີ່ຈະເລີ່ມວຽກັບສະຖານປະກອບການເກົ່າອີກເທື່ອໜື່ງ
ການຍື່ນເອກະສານສະໝັກລ່ວງໜ້າຂອງເຈົ້າຂອງສະຖານປະກອບການ ນາຍຈ້າງຕ້ອງຍື່ນກ່ອນລູກຈ້າງກັບປະເທດ ບໍ່ຈຳເປັນ