SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ອື່ນໆ

ອື່ນໆ

ຂ້ອຍບໍ່ໄດ້ຮັບຄ່າOT ໃນຂະນະທີ່ຝືກງານ ຂ້ອຍສາມາດຮັບຄ່າຈ້າງ OTບໍ່?

ເວລາທີ່ຈະເຂົ້າເຮັດວຽກເປັນພະນັກງານໃໝ່ຢູ່ບໍລິສັດ ຕ້ອງ ຝືກງານເປັນເວລາ 3 ເດືອນເພື່ອຈະປັບຕົວ ແລະ ທຳຄວາມເຂົ້າໃຈກັບໜ້າວຽກ, ຄ່າຈ້າງໃນຊ່ວເວລາຝືກງານແມ່ນຈະຫັກ 10 ເປີເຊັນຂອງຄ່າຈ້າງຂັ້ນຕໍ່າ.

ໃນຊ່ວງຝືກງານແມ່ນສາມາດຮັບຄ່າຈ້າງ OT ເປັນປົກກະຕິ ແລະ ກໍລະນີເຮັດວຽກ OT ຖ້າມີຫຼາຍກ່ວາ 5ຄົນຂື້ນໄປ ຈະໄດ້ຄ່າຈ້າງເພີ່ມ 50% ຂອງຄ່າຈ້າງຕໍ່ຊົ່ວໂມງໃນຊ່ວງຝືກງານ

ຂ້ອຍຈະໄປປະເທດລາວໃນວັນພັກ ຂ້ອຍຕ້ອງແຈ້ງຢູ່ຫ້ອງການກວດຄົນເຂົ້າເມື່ອງ ບໍ່?

ແຮງງານຕ່າງປະເທດສາມາດໄປຢ້ຽມຢາມຊົ່ວຄາວ ບໍ່ຕ້ອງແຈ້ງຢູ່ຫ້ອງການກວດຄົນເຂົ້າເມື່ອງ ກໍ່ໄດ້ເພາະການອະນຸຍາດເຂົ້າອອກເມືອງ ຖືກຍົກເວັ້ນຢູ່ແລ້ວ. ແຕ່ຕ້ອງຂໍອະນຸຍາດຈາກນາຍຈ້າງກ່ອນ ແລະ ຕ້ອງກັບມາພາຍໃນໄລຍະເວລາການພັກອາໃຊ

ຂ້ອຍເຮັດວຽກຢູ່ອຸດສະຫະກຳການຜະລິດແຫ່ງໜື່ງ ນາຍຈ້າງໃຫ້ຂອ້ຍເຮັດວຽກຢູ່ໃນ ທ້າຍອາທິດແຕ່ຂ້ອຍປະຕິເສດ ແລະ ຫົວໜ້າໄດ້ໄລ່ຂ້ອຍອອກ ກໍລະນີນີ້ຂ້ອຍຄວນເຮັດແນວໃດ?

ຕາມມາດຕະ 30 ກົດໝາຍມາດຕະຖານແຮງງານ ນາຍຈ້າງບໍ່ສາມາດລົງໂທດພະນັກງານດ້ວຍການໄລ່ອອກ, ຢຸດງານຊົ່ວຄາວ, ປ່ຽນວຽກ, ຫັກຄ່າຈ້າງ ແລະ ອື່ນໆຂອງພະນັກງານໄດ້ ໂດຍບໍ່ມີເຫດຜົນອັນສົມຄວນ. ນອກເໜືອຈາກຊົ່ວໂມງເຮັດວຽກຕາມກົດໝານແລ້ວ ຖ້ານາຍຈ້າງຕ້ອງການຢາກໃຫ້ເຮັດວຽກ ລ່ວງເວລາ ນາຍຈ້າງຕ້ອງປືກສາກັບລູກຈ້າງ ແຕ່ຖ້າລູກຈ້າງປະຕິເສດນາຍຈ້າງກໍ່ບໍ່ສາມາດໄລ່ລູກຈ້າງອອກໄດ້.

ຖ້າຖືກນາຍຈ້າງໄລ່ອອກໂດຍການປະຕິເສດການເຮັດວຽກໃນທ້າຍອາທິດ ທ່ານສາມາດຍື່ນຄຳຮ້ອງຕໍ່ຄະນະກຳມະການແຮງງານເພື່ອຂໍຄວາມຊ່ວຍເຫຼືອ ແລະ ສາມາດ ຍື່ນຄຳຮ້ອງຟ້ອງຕໍ່ສານ ເພື່ອຖອນຄຳສັ່ງການຖືກໄລ່ອອກ.

ຂັ້ນຕອນຂອງການຊ່ວຍເຫຼືອດັ່ງກ່າວນີ້ ມີຄວາມແຕກຕ່າງກັບການຍົກເລີກສັນຍາ ກໍລະນີຕ້ອງການປ່ຽນບ່ອນເຮັດວຽກ ແລະ ບໍ່ຢາກເຮັດວຽກຢູ່ບໍລິສັດດັ່ງກ່າວອີກ ທ່ານສາມາດຂໍສະເໜີປ່ຽນບ່ອນເຮັດວຽກຕໍ່ສູນຈັດຫາງານ ແລະ ກໍ່ສາມາດປ່ຽນບ່ອນເຮັວດຽກໄດ້.

ຂ້ອຍເປັນຄົນແຮງງານທີ່ເຮັດວຽກຢູ່ເດຈອນ ສອງມື້ກ່ອນຂ້ອຍຂາດງານ ສາເຫດຍ້ອນ ບໍ່ສະບາຍ ມື້ວານນີ້ຂ້ອຍໄປເຮັດວຽກ ຫົວໜ້າໄດ້ຖາມວ່າເປັນຫຍັງຈື່ງ ຂາດວຽກ, ຫົວໜ້າທັງຮ້າຍດ່າ ແລະ ໃຊ້ກຳປັ້ນຕີໜ້າຂ້ອຍ ຈົນເຮັດໃຫ້ ແຂ້ວຂ້ອຍຄອນ ແລະ ໜ້າບວມຊໍ້າ ກໍລະນີ ແບບນີ້ຈະໄດ້ຮັບການຊົດເຊີຍແນວໃດ?

ອີງຕ່າມກົດໝາຍວ່າດ້ວຍມາດຕະຖານແຮງງານແລ້ວ ບໍ່ວ່າຈະກໍລະນີໃດ້ກໍ່ຕາມ ບໍ່ສາມາດໃຊ້ຄວາມຮຸມແຮງ ຫຼື ຕົບຕີແຮງງານໄດ້.

ໃນກໍລະນີດັ່ງກ່າວການປືກສາຫາລືເຈລະຈາກັບນາຍຈ້າງແມ່ນວິທີ່ດີທີ່ສຸດແລ້ວ ແຕ່ຖ້າບໍ່ສາມາດເຈລະຈາໄກ່ເກ່ຍກັນໄດ້ຈຳເປັນຕ້ອງໄດ້ໃຊ້ວິທີຕາມກົດໝາຍ.

ທ່ານຕ້ອງຮວບຮວມຫຼັກຖານ ແລະ ບັນທຶກເຫດການພຶດຕິກຳຂອງນາຍຈ້າງຢ່າງ ລະອຽດພ້ອມທັງໃບກວດຂອງໂຮງໝໍ ແລ້ວໄປ ຍື່ນຕໍ່ພະແນກພັດທະນາແຮງງານ ກະຊວງແຮງງານປະຈຳເຂດ. ແລະ ຫຼັງຈາກນັ້ນພະແນກພັດທະນາແຮງງານຈະຮ້ອງ ຜູ້ເສຍຫາຍ(ລູກຈ້າງ) ແລະ ຜູ້ຖືກສົງໃສ(ນາຍຈ້າງ) ມາຖາມ ແລ ະ ສອບສວນ. ຢູ່ໃນຂັ້ນຕອນນີ້ອາດສາມາດ ເຈລະຈາກຫນໄດ້

ແຕ່ຖ້າຢູ່ໃນຂັ້ນຕອນນີ້ຍັງບໍ່ສາມາດເຈລະຈາກັນໄດ້ນາຍຈ້າງຕ້ອງຖືກຮັບຟ້ອງຄະດີອາຍາ ແລະ ລູກຈ້າງຕ້ອງຢື່ນຂໍຟ້ອງເພື່ອຮຽກຮ້ອງຄ່າຊົດເຊີຍຄວາມເສຍຫາຍຕໍ່ກັບນາຍຈ້າງ.

ແຕ່ວ່າຂັ້ນຕອນການຮ້ອງຟ້ອງທາງແພ່ງມີຄວາມຊັບຊ້ອນຫຼາຍ, ສິ້ນເປືອງເວລາ ແລະ ເງິນ ຖ້າເປັນໄປໄດ້ກໍ່ຄວນໄດ່ເກ່ຍ ແລະ ເຈລະຈາກັນຈະເປັນການທີ

ຂ້ອຍໄດ້ເອົາໜັງສືຜ່ານແດນໃຫ້ນາຍຈ້າງເພື່ອໄປເຮັດບັດຕ່າງດາວ ແຕ່ນາຍຈ້າງຍັງ ບໍ່ເອົາໜັງສືຜ່ານແດນ ແລະ ບັດຕ່າງດ້າວສົ່ງຄືນ ກໍລະນີນີ້ໃຫ້ນາຍຈ້າງ ເກັບຮັກສາໃຫ້ເລີຍໄດ້ບໍ່?

ການທີ່ນາຍຈ້າງເກັບໜັງສືຜ່ານແດນຂອງຄົນຕ່າງປະເທດໄວ້ແບບບັງຄັບຖືວ່າເປັນການລ່ວງລະເມີດສິດທິມະນຸດ ກໍລະນີທີ່ນາຍຈ້າງເກັບຮັກສາໄວ້ເລີຍໂດຍບໍ່ສົ່ງຄືນ ຖືວ່າເປັນການລະເມີດກົດໝາຍການກວດຄົນເຂົ້າເມືອງ ຕ້ອງສະເໜີໃຫ້ນາຍຈ້າງສົ່ງໜັງສືຜ່ານແດນກບັບັດຕ່າງດ້າວຄືນ ແລະ ຕ້ອງເກັບໄວ້ ດ້ວຍຕົນເອງ

ໄລຍະເວລາການພັກເຊົາແລະການຊອກຫາວຽກໝ່າຍຕໍ່ເວລາໄດ້ 1ປີແລ້ວ, ຜູ້ໃດ້ມີສິດທີ່ ແລະ ສະໝັກແນວໃດ?

ອິງຕາມ「ກົດຫມາຍທີ່ກ່ຽວຂ້ອງກັບການຈ້າງງານແຮງງານຕ່າງປະເທດ」ແຮງງານຕ່າງປະເທດທີ່ນຳໃຊ້ວີຊ່າປະເພດ (E-9, H-2), ຖ້າຜູ້ໃດທີ່ຄົບກໍານົດສັນຍາ ລະຫວ່າງ13/04/2021 – 31/12/2021. (3ປີ ຫລື 4ປີ10ເດືອນ) ແມ່ນ ສາມາດຕ່ໍໄລຍເຮັດວຽກ ເພິ່ມອີກ 1ປີ

    • ໃນບັນດາແຮງງານທີ່ໃຊ້ວີຊ່າປະເພດ E-9 ເຖິງແມ່ນວ່າ ຈະເຄີຍໄດ້ຮັບມາດຕະການຕໍ່ເວລາ 50 ມື້ແລ້ວ ແຕ່ຄົບກຳໜົດສັນຍາແຮງງານລະຫວ່າງວັນທ 13/04/2021 – 31/12/2021 ແມ່ນ ສາມາດ ຕໍ່ໄລຍະເວລາເຮັດວຽກເພິ່ມໄດ້ 1ປີ
    • ລັດຖະບານຈະຕໍ່ໄລຍະເວລາເຮັດວຽກໃຫ້ເອງ ໂດຍທີ່ແຮງງານຕ່າງປະເທດຫລືນາຍຈ້າງບໍ່ຈຳເປັນ ຕ້ອງໄດ້ເຂົ້າໄປພົວພັນດຳເນີນເອກະສານໃດໆທັງນັ້ນຢູ່ສູນຈ້າງງານ .

ແຕີ່ວ່າ, ນາຍຈ້າງຈໍາເປັນຕ້ອງໄດ້ເຂົ້າໄປພົວພັນເພືີ່ອຕໍ່ໃບອະນຸຍາດການຈ້າງງານຢູ່ສູນຈ້າງງານ