SiteMap

WorkinKorea

ສວນຂໍ້ມູນ
ລະບົບອານຸຍາດການຈ້າງງານ
ອຸປະກອນການສອນ
ການປືກສາບັນຫາ
ການແນະນຳການມູນລະນິທິ

전체메뉴

ການປືກສາບັນຫາ
외국인노동자와 함께 하는 WORK IN KOREA

ການແນະນຳອົງການທີ່ແກ້ໄຂບັນຫາ

ແຮງງານຕ່າງປະເທດສາມາດແຈ້ງຄະນະກຳມະການປ້ອງກັນ ແລະ ປັບປາມການສໍ້ລາດບັງຫລວງ ເພື່ອຂໍຄວາມ ຊ່ວຍເຫຼືອ ຕໍ່ບັນຫາ ຫຼື ການໄດ້ຮັບການປະຕີບັດທີ່ບໍ່ເປັນທຳ ແລະ ບໍ່ສົມເຫດສົມຜົນຂະນະຖືກວ່າຈ້າງໄດ້

ກະຊວງແຮງງານ

  • ກະຊວງແຮງງານຄືສະຖານທີ່ໃຫ້ຄຳປືກສາ ແລະ ແກ້ໄຂບັນຫາຂອງແຮງງານຕ່າງຊາດຜູ້ທີ່ໄດ້ຮັບການ ປະຕີບັດຢ່າງບໍ່ເປັນທຳໃນລະ ຫວ່າງການຈ້າງງານ, ກະຊວງມີໜ້າທີ່ຮັບຜິດຊອບຕໍ່ການມອບໝາຍວຽກ ໃຫ້ແຕ່ລະະພາກສ່ວນ ນອກຈາກນີ້ຍັງຮັບ ແລະ ໃຫ້ຄຳປືກສາ ບັນຫາທີ່ຈະດຳເນີນການໃນສຳນັກງານ ຮັບຄຳຮ້ອງຮຽນ
ພະແນກທີ່ຮັບຜິດຊອບ ລາຍລະອຽດຂອງການແກ້ໄຂບັນຫາ
ສຳນັກງານ ( ສາຂາ) ການຄວບຄຸມສະຖານປະກອບ ການ ແຮງງານທ້ອງຖີ່ນພາກພະແນກການຕິດຕາມ ກວດກາ

ປະເດັນທີ່ກ່ຽວຂ້ອງກັບກົດໝາຍມາດຕະຖານແຮງງານ

  • ບໍ່ຈ່າຍຄ່າຈ້າງເງິນແທຈີກີມ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການຈ່າຍຄ່າແຮງງານ
  • ການກະທຳຮຸນແຮງງານໃນສະຖານປະກອບການໂດຍເຈົ້າຂອງກດຈະການຫຼື ຜູ້ຈັດການອື່ນໆ
  • ຄວາມບໍ່ສອດຄ້ອງກັນຂອງຊົ່ວໂມງເຮັດວຽກລວມທັງການບັງຄັບໃຊ້ແຮງງານ
ສຳນັກງານ( ສາຂາ) ການຄວບຄຸມສະຖານປະກອບການ ແຮງງານທ້ອງຖີ່ນການປ້ອງກັນອຸບັດຕິເຫດແຮງງານ

ປະເດັນທີ່ກ່ຽວຂ້ອງກັບກົດໝາຍສຸຂາອະນາໄມ ແລະ ຄວາມປອດໄພໃນອຸດ ສາຫະກຳ

  • ຄວາມປອດໄພ ແລະ ພະລະນາໄມໃນອຸດສາຫະກຳ
ພະແນກປະສານງານທ້ອງຖີ່ນສູນຈັດຫາງານໃນສັງກັດ ກະຊວງແຮງງານທີ່ຄວບຄຸມເຂດພື້ນທີ່

ປະເດັນທີ່ກ່ຽວຂ້ອງກັບການຈ້າງງານຂອງແຮງານຕ່າງປະເທດ ແລະ ອື່ນໆການ ຄຸມຄອງດູແລສະຖານປະກອບການ ແລະ ການມອບໝາຍວຽກ

  • ການຈັດການໃນການປ່ຽນສະຖານປະກອບການເຮັດວຽກ ແລະ ນາຍໜ້າຈັດ ຫາວຽກໃຫ້ລູກຈ້າງຕ່າງປະເທດ
  • ຮັບລາຍງານການຈ້າງງານ ການຫຼົບໜີ ແລະອື່ນໆກ່ຽວກັບລູກຈ້າງຕ່າງປະເທດ
  • ເອກະສານຢັ້ງຢືນປະເພດຕ່າງໆ ທີ່ ຖືກຮ້ອງຮຽນລະຫວ່າງການພົກເຊົາເຊັ່ນ: ການອອກໃບຢັ້ງຢືນການເຮັດວຽກ ແລະ ອື່ນໆ
ກະຊວງແຮງງານ ສູນໃຫ້ຄຳປຶກສາ (☎1350)

ໃຫ້ການສະໜັບສະໜູນດ້ານພາສາແກ່ແຮງງານຕ່າງປະເທດໃຫ້ຄຳປືກສາດ້ານ ກົດໝາຍແພ່ງ ແລະ ຂໍ້ມູນທີ່່ກ່ຽວກັບຫຼາຍໆໜ່ວຍງານ ແະ ອື່ນໆ

ກະຊວງແຮງງານ ຄະນະກຳມະການແຮງງານ

ບັນເທົາທຸກຈາກການຖືກຍົກເລີການຈ້າງງານແບບບໍ່ເປັນທຳກ່ຽວຂ້ອງກັບດຳລັດ ມາດຕະຖານແຮງງານ

ກະຊວງຍຸຕິທຳ

ສຳນັກງານກວດຄົນເຂົ້າເມືອງສຳນັກງານໃຫ້ຄຳປືກສາບັນຫາກແກ່ແຮງງານຕ່າງປະເທດ ສູນການປືກສາຫາລືຮ່ວມໃຫ້ແກຄົນຕ່າງປະເທດ

ສຳນັກງານທີ່ແກ້ໄຂບັນຫາ ແລະ ໃຫ້ຂໍ້ມູນກ່ຽວກັບການກວດຄົນເຂົ້າເມືອງ, ບັນຫາອື່ນໆຕະຫຼອດໄລຍະເວລາອາໃສຢູ່ໃນປະເທດ ຫຼື ການລະເມີດສິດທີມະນຸດຂອງລູກຈ້າງຊາວຕ່າງປະເທດໃນ ປະເທດເກົາຫຼີ (☎ 1345)

ຄະນະກຳມະການສິດທິມະນຸດແຫ່ງຊາດ

ອົງການທີ່ເຮັດໜ້າທີ່ສືບສວນ ແລະ ບັນເທົາທຸກກ່ຽວກັບການລະເມີດສິດທິມະນຸດ ແລະ ການກະທຳອັນເປັນການ ແບ່ງແຍກ

* ລະບຽບຂັ້ນຕອນການດຳເນີນການ: ຂໍຄຳປືກສາ ແລະ ຍື່ນຄຳຮອ້ງທຸກ→ ສືບສວນ( ສືບສວນຝ່າຍຕ່າງໆຂໍຂໍ້ມູນ ແລະ ອື່ນໆ→ໃຫ້ຄຳແນະນຳໃນທາງປະຕິບັດເພື່ອບັນເທົາທຸກເປັນຕົ້ນ→ສົ່ງແຟ້ມຄຳຮ້ອງໄປຍັງໄອຍະການໃນກໍລະນີທີ່ພົບວ່າເປັນຄວາມຜິດຂອງຜູ້ລະເມີດເຖີງຄະນະກຳມະການສິດທິມະນຸດແຫ່ງຊາດ

ສະມາຄົມສະຫວັດດການແຮງງານເກົາຫຼີ

ໃນກໍລະນີທີ່ແຮງງານຕ່າງປະເທດບາດເຈັບເນື່ອງຈາກການເຮັດວຽກ, ເຈັບປ່ວຍ,ພິການຫຼື ເສຍຊີວິດແຮງງານຕ່າງຊາດຈະໄດ້ຮັບການ ຊ່ວຍເຫຼືອດ້ານການຮັກສາພະຍາບານ ແລະ ເງິນ ປະກັນຜ່ານການຍື່ນຂໍຄ່າຊົດເຊີຍການປີ່ນປົວ ( ຄ່າຊົດເຊີຍອຸປະຕີເຫດທາງ ອຸດສາຫະກຳ☎ 1577-0075)

ສູນໃຫ້ຄວາມຊ່ວຍເຫຼືອແຮງງານຕ່າງປະເທດ

ໃຫ້ຄວາມຊ່ວຍເຫຼືອດ້ານຕ່າງໆເຊັ່ນ: ການໃຫ້ຄຳປືກສາບັນຫາ, ການຮຽນພາສາເກົາຫຼີ, ກົດໝາຍໃນຊີວິດປະ ຈຳວັນ ແລະ ການຮຽນຮູ້ັວັດທະນາທຳເກົາຫຼີເປັນຕົ້ນ

ສູນໃຫ້ຄຳປືກສາແຮງງານຕ່າງປະເທດ

ການໃຫ້ຄຳປືກສາບັນຫາທີ່ກ່ຽວຂ້ອງກັບການເຮັດວຽກ(☎ 1577-0071)

* ໃຫ້ຄຳປືກສາດ້ວຍພາສາຕ່າງປະເທດທັງໝົດ 16 ພາສາ ສາມາດເລືອກພາສາທ້ອງຖີ່ນຂອງແຮງງານເອງ

ສະຖານີຕຳຫຼວດ. ສະຖານີດັບເພີງ

    ກໍລະນີແຈ້ງເຫດອາຊະຍາກຳຕ່າງໆ (ສະຖານນີຕຳຫຼວດ, ☎112)

    ການແຈ້ງເຫດດ່ວນເຫດຮ້າຍເຊັ່ນ: ໄຟໄໝ້ ຫຼື ຜູ້ປ່ວຍສຸກເສີນ(ສະຖານນີດັບເພີງ, ☎119)

ສູນຊ່ວຍເຫຼືອສຸກເສີນສໍາລັບຜູ້ຍິງຄົນຕ່າງປະເທດ

ເບີໂທລະສັບສຸກເສີນສຳລັບຜູ້ຍີ່ງ 1577-1366 ໃນກໍລະນີຄວາມຮຸນແຮງ ແລະ ການຄຸກຄາມທາງເພດ